ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ພົບ​ປະ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຣັດ​ເຊຍ
2017-11-01 11:10:15  cri 

ຕອນ​ຄ່ຳ​ວັນ​ທີ 31 ຕຸ​ລາ​ນີ້ ຢູ່​ເຮືອນ​ຮັບ​ແຂກ​ລັດ​ຖະ​ບານ​ໃນນະ​ຄອນ​ຫຼວງ​ປັກ​ກິ່ງ, ທ່ານ ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​​ໄດ້​ພົບ​ປະກັບ​ທ່ານ ດີ​ມີ​ຕຼີ ເມັດ​ເວເດັຟ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຣັດ​ເຊຍ​ໃນ​ໂອ​ກາດ​ເດີນ​ທາງຢ້ຽມ​ຢາມ​ຈີນ​ຢ່າງ​ເປັນ​ທາງ​ການ​ແລະ​ເຂົ້າ​ຮ່ວມກອງ​ປະ​ຊຸມພົບ​ປະ​ແບບ​ປະ​ຈຳ​ຄັ້ງ​ທີ 22 ລະ​ຫວ່າງ​ນາ​ຍົກ​ຈີນ​ແລະ​ຣັດ​ເຊຍ.

ທ່ານ ຫຼີ​ເຄີ້​ສຽງ ກ່າວ​ວ່າ: ທ່ານ​ນາ​ຍົກ ດີ​ມີ​ຕຼີ ເມັດ​ເວເດັຟ ແມ່ນ​ຜູ້​ນຳ​ຕ່າງ​ປະ​ເທດ​ຄົນ​ທຳ​ອິດ​ທີ່​ມາ​ຢ້ຽມ​ຢາມ​ຈີນ​​ຫຼັງ​ສຳ​ເລັດກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ເຊິ່ງ​ເປັນ​ການ​ສະ​ແດງ​ໃຫ້​ເຫັນວ່າ​ການ​ພົວ​ພັນ​ລະ​ຫວ່າງຈີນ-ຣັດ​ເຊຍ​ມີ​ຄວາມ​ແໜ້ນ​ແຟ້ນ​ແລະ​ມີ​ລະ​ດັບ​ສູງ​ຢ່າງ​ເຕັມ​ສ່ວນ. ທັງນີ້​ຈີນ​ຍິນ​ດີ​ຮ່ວມ​ກັບ​​ຣັດ​ເຊຍ​ເພີ່ມ​ທະ​ວີຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ,ເປີດກວ້າງ​ການ​ຮ່ວມ​ມືແລະ​ການ​ແລກ​ປ່ຽນ ເພື່ອຊຸກ​ຍູ້​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ຂະ​ຫຍາຍ​ຕົວ​ຢ່າງ​ຕໍ່​ເນື່ອງ,ໝັ້ນ​ທ່ຽງ​ແລະປອດ​ໃສດ້ວຍການ​ພົບ​ປະ​ປະ​ຈຳ​ລະ​ຫວ່າງ​ນາ​ຍົກ​ແລະ​ກົນ​ໄກ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ລະ​ຫວ່າງ​ສອງ​ປະ​ເທດ,ຮ່ວມ​ກັນ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ,ສະ​ຖຽນ​ລະ​ພາບ,ການ​ພັດ​ທະ​ນາ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ໂລກ.

ທ່ານ ດີ​ມີ​ຕຼີ ເມັດ​ເວເດັຟ ໄດ້​ຊົມ​ເຊີຍ​ຜົນ​ສຳ​ເລັດກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ພ້ອມ​ທັງ​ກ່າວ​ວ່າ: ການ​ພົວ​ພັນ​ຄູ່​ຮ່ວມ​ປະ​ສານ​ງານ​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ຣັດ​ເຊຍ-ຈີນ​​ມີ​ລະ​ດັບ​ສູງ​ແລະ​ຫັນໜ້າ​ໄປ​ສູ່​ອະ​ນາ​ຄົດ. ​ຣັດ​ເຊຍ​ຍິນ​ດີ​ຮ່ວມ​ກັບ​ຈີນ​ສືບ​ຕໍ່​ສຸມ​ທຸກ​ຄວາມ​ພະ​ຍາ​ຍາມ​ເພື່ອ​ຊຸກ​ຍູ້​ສາຍ​ພົວ​ພັນ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ໄດ້​ຮັບ​ການ​ພັດ​ທະ​ນາ​ໃຫຍ່​ຫຼວງກວ່າ​ເກົ່າ.

1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ