ເກີດ​ເຫດ​ການ​ໂຈມ​ຕີແບບ​ກໍ່​ການ​ຮ້າຍ​​ດ້ວຍ​ການ​ໃຊ້ລົດ​ໃຫຍ່​ຕຳ​ຄົນ​ຢູ່ເຂດ​ມານ​ຮັດ​ຕານນະ​ຄອນນິວຢອກ​ປະ​ເທດ​ອາ​ເມ​ລິ​ກາ
2017-11-01 17:19:04  cri 
ວັນ​ທີ 31 ຕຸ​ລາ​ນີ້, ຢູ່​ເຂດ​ມານ​ຮັດ​ຕານນະ​ຄອນ​ນິວຢອກ​ປະ​ເທດ​ອາ​ເມ​ລິ​ກາ​ໄດ້​ເກີດ​ເຫດ​ການ​ໂຈມ​​ຕີ​ແບບ​ກໍ່​ການ​ຮ້າຍ​ດ້ວຍ​ການ​ໃຊ້​ລົດ​ໃຫຍ່​ຕຳ​ຄົນ ສົ່ງ​ຜົນ​ເຮັດ​ໃຫ້ 8 ຄົນ​ເສຍ​ຊີ​ວິດ ແລະ10 ກວ່າ​ຄົນ​ບາດ​ເຈັບ ໃນ​ນີ້​ມີຜູ້​ບາດ​ເຈັບ​ສາ​ຫັດ​ຈຳ​ນວນ​ໜຶ່ງ.

ທ່ານ ອັນ​ດ​ຣູ ໂຄ​ມໍ ເຈົ້າ​ຄອງ​ລັດ​ນິວຢອກກ່າວ​ໃນການ​ຖະ​ແຫຼງ​ຂ່າວ​ວ່າ: ການ​ໂຈມ​ຕີ​ເທື່ອ​ນີ້​ບໍ່​ໄດ້ກ່ຽວ​ຂ້ອງ​ກັບ​ກຸ່ມ​ອື່ນ ແລະ​ກໍ​ບໍ່​ແມ່ນ​ເຈດ​ຕະ​ນາ​ໂຈມ​ຕີ​ຂະ​ໜາດ​ໃຫຍ່. ຫຼັງ​ເກີດ​ເຫດ, ທ່ານ ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ໄດ້ໂພ​ສ໌ຂໍ້ຄວາມລົງ Twitter ​ວ່າ: ນີ້​ແມ່ນ​ການ​ໂຈມ​ຕີ​ທີ່​ຜູ້​ເປັນ​ບ້າ​ກໍ່​ຂຶ້ນ​ອີກ​ລາຍ​ໜຶ່ງ ເຊິ່ງ​ເຈົ້າ​ໜ້າ​ທີ່ປະ​ຕິ​ບັດ​ກົດ​ໝາຍ​ພວມ​ຕິດ​ຕາມ​ສະ​ພາບ​ເຫດ​ການ​ຢ່າງ​ໃກ້​ຊິດ. ແນວ​ໃດ​ກໍ​ດີ​ຂໍ​ສະ​ແດງ​ຄວາມ​ເສົ້າ​ສະ​ຫຼົດ​ໃຈ​ຕໍ່​ຄອບ​ຄົວ​ຂອງ​ຜູ້​ເສຍ​ຊີ​ວິດ,ແລະ​ສະ​ແດງ​ຄວາມ​ເສ​ຍ​ໃຈ​ຕໍ່​ຄອບ​ຄົວ​ຂອງ​ຜູ້​ບາດ​ເຈັບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ