ຈີນ​​ຂອບ​ໃຈ​ກຳ​ປູ​ເຈຍທີ່ມອບ​ຜູ້​ຫຼອກ​ລວງ​ທາງ​ໂທ​ລະ​ຄົມ​ໃຫ້ໃຫ້​ປະ​ເທດ​ຕົນ
2017-11-01 16:13:46  cri 
ໃນ​ພິ​ທີ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນວັນ​ທີ 31 ຕຸ​ລາ​ຜ່ານ​ມາ, ມີ​ນັກ​ຂ່າວ​ຖາ​ມ​ໂດຍ​ອີງຕາມ​ຂ່າວວ່າ, ເຈົ້າ​ໜ້າ​ທີ່ກວດ​ຄົນ​ເຂົ້າ​ເມືອງກຳ​ປູ​ເຈຍ​ກ່າວ​​ເມື່ອ​ມໍ່ໆ​ນີ້​ວ່າ, ຈະ​ມອບ​ປະ​ຊາ​ຊົນ​ຈີນ 61 ຄົນ​ທີ່​ຖືກ​ສົງ​ໄສກໍ່​ອາ​ຊະ​ຍະ​ກຳ​​ຫຼອກ​ລວງ​ທາງ​ໂທ​ລະ​ຄົມ​ຂ້າມ​ຊາດ​ຢູ່​ປະ​ເທດ​ຕົນໃຫ້​ແກ່​ຈີນ​ແຜ່ນ​ດິນ​ໃຫຍ່, ໃນ​ນັ້ນ​ມີ​ຊາວ​ໄຕ້​ຫວັນ 19 ຄົນ. ຈີນ​ມີ​ຄວາມ​ເຫັນ​​ແນວ​ໃດ​ຕໍ່​ເລື່ອງ​ນີ້?

ທ່ານ​ນາງ​ຮ້​ວາ​ຊົນ​ຢີງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​ຊົມ​ເຊີຍເປັນ​ຢ່າງ​ສູງ​ແລະ​ຂອບ​ໃຈ​ກຳ​ປູ​ເຈຍ​ທີ່ປະ​ຕິ​ບັດ​ຕາມ​ນະ​ໂຍ​ບາຍ​ປະ​ເທດ​ຈີນ​ດຽວ​ຢ່າງ​ເດັດ​ດ່ຽວ, ພ້ອມ​ກັນ​ນັ້ນ​ໄດ້​ຮ່ວມ​ມື​ກັບ​ຈີນ​ຕໍ່​ຕ້ານ​ອາ​ຊະ​ຍະ​ກຳ​ຂ້າມ​ຊາດ​ເຊັ່ນ​ການ​ຫຼອກ​ລວງ​ທາງ​ໂທ​ລະ​ຄົມ​ແລະ​ອື່ນໆ. ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຂອງ​ຈີນ​ຈະ​ໄຕ່​ສວນ​ແລະ​ລົງ​ໂທດ​ຜູ້​ຖືກ​ສົງ​ໄສ​ເຫຼົ່າ​ນີ້ຕາມ​ກົດ​ໝາຍ, ເພື່​ອ​ປົກ​ປັກ​ຮັກ​ສາ​ສິດ​ຜົນ​ປະ​ໂຫຍດ​ທີ່​ຊອບ​ກົດ​ໝາຍ​ຂອງ​ຜູ້​ປະ​ສົບ​ເຄາະ​ຮ້າຍ, ແລະເຊື່ອ​ວ່າ​ການ​ກະ​ທຳ​ດັ່ງ​ກ່າວ​ຈະ​ໄດ້​ຮັບ​ຄວາມ​ເຂົ້າ​ໃຈ​ແລະ​ການ​ສະ​ໜັບ​ສະ​ໜູນ​ຈາກ​ພີ່​ນ້ອງ​ຮ່ວມ​ຊາດ​ທັງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ແລະ​ປະ​ຊາ​ຄົມ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ