​ສະຫຼອງ "ວັນ​​ຕົວເມືອງ​ໂລກ" 2017 ​ຢູ່​ກວາງ​ໂຈ່​ວ
2017-11-01 16:13:20  cri 
ວັນ​ທີ 31 ຕຸ​ລາ​ນີ້, ການ​ສະຫຼອງ "ວັນຕົວ​ເມືອງ​ໂລກ" 2017 ​​​ໄດ້​ໄຂ​ຂຶ້ນ​ຢູ່​ເມືອງ​ກວາງ​ໂຈ່​ວສປ ຈີນ ​ເຊິ່ງມີ​ຜູ້​ແທນ​ຈາກ​ບັນດາ​ຕົວເມືອງ​ພາຍ​ໃນ ​ແລະ​ຕ່າງປະ​ເທດ​ເຂົ້າ​ຮ່ວມ ທັງ​ໄດ້ປຶ​ກສາ​ຫາລື​ວິທີ​ປະດິດ​ສ້າງ​ໃໝ່ ​ແລະ​ປະສົບ​ການ​ທີ່​ດີ​ໃນການ​ກໍ່ສ້າງ ​ແລະ​ການ​ຄຸ້ມ​ຄອງຕົວ​ເມືອງ. ຄຳ​ຂວັນຂອງ "ວັນຕົວ​ເມືອງ​ໂລກ" ປີ​ນີ້ຄື "ການ​ປັບປຸງ​ຕົວ​ເມືອງ ​ໂດຍເປີດ​ປະຕູ​ສູ່​ໂລກ​ພາຍ​ນອກ ​ແລະ​ການ​ປະດິດ​ສ້າງ​ໃໝ່" ​ແລະ​ໃນ​ໂອ​ກາດ​ນີ້​, ທ່ານ​ໂຮ​ອັນ ​ໂຄຼສ ຫົວໜ້າປະຕິບັດ​ງານ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ​ເພື່ອ​ວາງ​ແຜນການ​ຕັ້ງ​ຖິ່ນ​ຖານ​ຂອງ​ມະນຸດ ຫຼືUNCHS​ກ່າວ​ວ່າ: ປະ​ເທດ​ຈີນ​ໄດ້​ປະກອບສ່ວນ​ອັນ​​ໃຫຍ່​ຫຼວງ​ໃນ​ການສະໜັບສະໜູນ​ການ​ພັດທະນາ​ຕົວ​ເມືອງ​​ໂລກ. ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ໄດ້​ຊຸກຍູ້​ສົ່ງ​ເສີມ​ຂະ​ບວນການຫັນ​ເປັນ​ຕົວ​ເມືອງ​ຂອງ​ຫຼາຍ​ພາກ​ພື້ນ​ໃນ​ໂລກ, ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ບັນດາ​ປະ​ເທດ ​ແລະ​ປັບ​ປູ​ງຄຸນ​ນະພາ​ບການ​ຫັນເປັນ​​ຕົວ​ເມືອງ​ໃຫ້​ດີ​ຂຶ້ນ.

​ເດືອນທັນວາ​ປີ 2013, ຈາກ​ການ​ຮ່ວມ​ຊຸກຍູ້​​ຂອງ​ລັດຖະບານ​ຈີນ ​ແລະ​UNCHS, ກອງ​ປະຊຸມ​ໃຫຍ່​ອົງການ​ສປຊຄັ້ງ​ທີ 68​ ​ໄດ້​ຮັບຮອງ​ມະຕິ ​​ໂດຍ​ກຳນົດ​ເອົາວັນ​ທີ 31 ຕຸ​ລາ​​ແຕ່ລະ​ປີ​ເປັນ "ວັນ​ຕົວ​ເມືອງ​ໂລກ" ​ເພື່ອ​ກະຕຸກ​ຊຸກຍູ້ມວນ​ມະນຸດ​ພະຍາຍາມ​ມີ​ຫົວຄິດປະດິດ​ສ້າງ​ ​ແລະ​ການ​ພັດທະນາ​ດ້ວຍ​ຄວາມປອງ​ດອງກັນ​ຂອງ​ຕົວ​ເມືອງ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ