ກະຊວງ​ການ​ຕ່າ​ງປະ​ເທດ​ເນ​ປານ​ໄຂ​ຊຸດ​ຝຶກ​ອົບຮົມ​ພາສາ​ຈີນ
2017-11-01 16:22:29  cri 
ວັນ​ທີ 31 ຕຸລາຜ່ານ​ມາ, ກະຊວງ​ການ​ຕ່າງ​ປະ​ເທດ​​ເນ​ປານ​ໄຂຊຸດ​ອົບຮົມ​ພາສາ​ຈີນ​ຢູ່​ເມືອງກັດ​ມັນ​ດູ ​ໂດຍມີ​ພະ​ນັກ​ງານ​ໜຸ່ມກະຊວງດັ່ງກ່າວ 30 ຄົນ​​ເຂົ້າຮ່ວມ ​ແລະ​​ຈະ​​ໃຊ້ເວລາ 80 ຊົ່ວ​ໂມງ.
​ໃນ​ປີ 2014, ຈາກ​ການພົວພັນ ​ແລະຈັດ​ຕັ້ງ​ຂອງ​ສະ​ຖານ​ທູດ​ຈີນ​ປະຈຳ​ເນ​ປານ, ສະ​ຖາ​ບັນ​ຂົງຈື້​ເມືອງ​ກັດ​ມັນ​ດູ​ໄດ້​​ໄຂຊຸດ​ຝຶກ​ອົບຮົມພາສາ​ຈີນ​ໃຫ້​ພະນັກງານ​ກະຊວງ​ການ​ຕ່າງ​ປະ​ເທດ​ເນ​ປານ 26 ຄົນ ​ແລະ​ໄດ້​ສອບ​ເສັງຜ່ານ.

ທ່ານ​ຢາງ​ສືຊ່າວ ທີ່​ປຶກສາ​ທູດດ້ານ​ການ​ເມືອງ​ຂອງ​ສະຖານທູດ​ຈີນ​ປະຈຳ​ເນ​ປານ​ກ່າວ​ໃນ​ພິທີ​ໄຂ​ວ່າ: ກະຊວງ​ການ​ຕ່າງ​ປະ​ເທດ​​ເນ​ປານ​ໄດ້​ຈັດຊຸດຝຶກ​ອົບ​ຮົມທີ່​ມີ​ຄວາມ​ໝາຍ​​ສຳຄັນມາ​ແລ້ວ 3 ປີ ​ເຊິ່ງຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ການ​ຝຶກ​ອົບຮົມ​ເທື່ອນີ້​ຈະ​​ເປັນ​ຂົວຕໍ່​ແຫ່ງ​ການ​ແລກປ່ຽນ​ວັດທະນະທຳຂອງ​ສອງ​ຊາດ​ທັງ​ເປັນ​ການເພີ່ມ​ທະວີ​ໄມຕີ​ຈິດ​ມິດຕະພາບ ​ແລະ​ຊຸກຍູ້ການ​ພັດທະນາ​ສາຍ​ພົວພັນ​ຈີນ-​ເນ​ປານ​ໃຫ້​ຂະຫຍາ​ຍຕົວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ