ຈີນ​ຈະ​ເປີດ​ຕະຫຼາດ​ຄ້າ​ຂາຍ​ສິດ​ລະ​ບາຍ​ກາກບອນ​ທົ່ວ​ປະ​ເທດ​ຢ່າງ​ເປັນ​ທາງ​ການ​ໃນ​ປີ​ນີ້
2017-11-01 10:17:15  cri 
ເຈົ້າ​ໜ້າ​ທີ່​ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ຄະ​ນະ​ລັດ​ຖະ​ບານ​ຈີນໄດ້​ຈັດ​ພິ​ທີ​ຖະ​ແຫຼງ​ຂ່າວ ໂດຍທ່ານ​ເຊ້ຍ​ເຈິ້ນ​ຮ​ວາ ຜູ້​ຕາງ​ໜ້າ​ພິ​ເສດ​ວຽກ​ງານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຈີນ ແລະ ທ່ານຫຼີ​ກາວ ເຈົ້າ​ໜ້າ​ທີ່​ກົມ​ດິນ​ຟ້າ​ອາ​ກາດ​ຄະ​ນະ​ກຳ​ມະ​ການ​ພັດ​ທະ​ນາ​ແລະ​ປະ​ຕິ​ຮູບ​ແຫ່ງ​ລັດ​ຈີນ​ໄດ້​ເປີດ​ເຜີຍ "ບົດ​ລາຍ​ງານ​ນະ​ໂຍ​ບາຍ​ແລະ​ການ​ເຄື່ອນ​ໄຫວ​​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ​ປີ 2017"​ຂອງ​ຈີນ​ວ່າ, ຈີນ​ພວມ​ສ້າງ​ຕະຫຼາດ​ຄ້າ​ຂາຍ​ສິດ​ລະ​ບາຍ​ກາກບອນ​ທົ່ວ​ປະ​ເທດ​ ແລະ ຈະ​ເປີດ​ຢ່າງ​ເປັນ​ທາງ​ການ​ພາຍ​ໃນ​ປີ​ນີ້.

ທ່ານຫຼີ​ກາວ​ກ່າວ​ວ່າ, ມາ​ຮອດ​ເດືອນ​ກັນ​ຍາ​ປີ​ນີ້, ຍອດ​​ບໍ​ລິ​ມາດ​ຄ້າ​ຂາຍ​ສິດ​ລະ​ບາຍ​ກາກບອນ​​ ເທົ່າ​ກັບ​ການ​ລະ​ບາຍກາກບອນ​ດິ​​ອັອກ​ຊິດ 197 ລ້ານ​ໂຕນ ໂດຍ​ບັນ​ລຸ​ມູນ​ຄ່າ 4 ຕື້ 500 ລ້ານຢວນ. ​ຂະ​ນະ​ທີ່ຍອດ​ບໍ​ລິ​ມາດ​ແລະ​ຄວາມ​ແຮງ​​ການ​ລະ​ບາຍ​ກາກບອນໃນ​ຈຸດ​ທົດ​ລອງ​ລ້ວນ​ແຕ່​ມີ​ທ່ວງທ່າ​ຕ່ຳ​ລົງ. ປັດ​ຈຸ​ບັນ, ​ການສ້າງ​​ຕະຫຼາດ​ກາກບອນ​ໃນ​ທົ່ວ​ປະ​ເທດ​ຈີນ​ໄດ້​ຮັບ​ໝາກ​ຜົນ​ທີ່​​​ດີ ແລະ​ໂດຍ​ລວມ​ໄດ້ດຳ​ເນີນ​ໄປ​ເປັນ​ຢ່າງ​ດີ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ