ນາ​ຍົກ​ຈີນ-ຣັດ​ເຊຍ​ຖະ​ແຫຼງ​ຂ່າວ​ຮ່ວມ​
2017-11-02 10:19:35  cri 
ທ່ານຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ແລະ​ທ່ານ​ເມັດ​ເວ​ເດັ​ຟ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຣັດ​ເຊຍ​ໄດ້​ຖະ​ແຫຼງ​ຂ່າວ​ຮ່ວມ​ຕໍ່​ສື່ມວນ​ຊົນຫຼັງການ​ພົບ​ປະ​ເປັນ​ປະ​ຈຳ​ເທື່ອ​ທີ 22 ລະ​ຫວ່າງ​ນາ​ຍົກ​ຈີນ-ຣັດ​ເຊຍ​ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ຕອນ​ເຊົ້າ​ວັນ​ທີ 1 ພະ​ຈິກ​ນີ້.

ທ່ານຫຼີ​ເຄີ້​ສຽງ​ໄດ້​ແຈ້ງ​ຜົນ​ຂອງ​ການ​ພົບ​ປະ​ເທື່ອ​ນີ້​ໂດຍ​ເນັ້ນ​ວ່າ ຈີນ​ຍິນ​ດີ​ສືບ​ຕໍ່​ສົ່ງ​ເສີມ​ສາຍ​ພົວ​ພັນ​ຈີນ-ຣັດ​ເຊຍ​ແລະ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ບົນ​ພື້ນ​ຖານການ​ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ, ສະ​ເໝີ​ພາບ,ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ແລະ​ພັດ​ທະ​ນາ​ຮ່ວມ​ກັນ, ຊຸກ​ຍູ້​ການ​ສ້າງ​ສາຍ​ພົວ​ພັນ​ສາ​ກົນ​ແບບ​ໃໝ່​ທີ່​ເອົາການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ເປັນ​ໃຈ​ກາງເພື່ອ​ສ້າງ​ຄວາມ​ສົມ​ບູນ​ພູນ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ຊາດ​ກໍ​ຄືປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ໂລກ.

ທ່ານ​ເມັດ​ເວ​ເດັ​ຟ​ຢືນ​ຢັນ​ວ່າ ຣັດ​ເຊຍ​​ ​ພໍ​ໃຈ​ຕໍ່​ຜົນ​ສຳ​ເລັດ​ທີ່​ພົ້ນ​ເດັ່ນ​ຂອງ​ການ​ພົບ​ປະ​ເປັນ​ປະ​ຈຳ​ລະ​ຫວ່າງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສອງ​ປະ​ເທດ​ພ້ອມ​ດ້ວຍ​ກົນ​ໄກ​ຮ່ວມ​ມືທີ່​ກ່ຽວ​ຂ້ອງ ແລະ​ຫວັງ​ວ່າ​ສອງ​ຝ່າຍ​ຈະ​ສືບ​ຕໍ່​​ຍຶດ​ໝັ້ນ​ເຈດ​ຈຳ​ນົງ​ແຫ່ງ​ການ​ຮ່ວມ​ມື​ຢ່າງ​ຕັ້ງ​ໜ້າ​ແລະ​ທ່າ​ທີ​ສ້າງ​ສັນ​ເພື່ອ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ​ຮ່ວມ​ມື​ສຳ​ຄັນ​ທີ່​ມີ​ຢູ່​ແລ້ວ, ຕັ້ງ​ໜ້າ​ຄົ້ນ​ຄວ້າ​ຂົງ​ເຂດການ​ຮ່ວມ​ມື​ໃໝ່​ແລະ​ເປີດກວ້າງ​ການ​ຄ້າ​ສອງ​ຝ່າຍ​ຕື່ມ​ອີກ; ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ​ແລະ​ການ​ສຶກ​ສາ​, ຈັດ​ກິດ​ຈະ​ກຳ​ປີ​ແລກ​ປ່ຽນ​ໃນ​ຫົວ​ຂໍ້​ຕ່າງໆ​ໃຫ້ຫຼາຍກວ່າ​ເກົ່າ​ເພື່ອ​ເພີ່ມ​ທະ​ວີ​ມິດ​ຕ​ະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ຊາດ​ແລະລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ການ​ທະ​ນາ​ຄານ,ຮ່ວມ​ກັນ​ຊຸກ​ຍູ້​ເສດ​ຖະ​ກິດ​ໂລກ​ໃຫ້​ພັດ​ທະ​ນາ​ທີ່​ກ້ຳ​ເກິ່ງ​ແລະ​ປອດ​ໃສ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ