ປັກ​ກິ່ງເລີ່ມກໍ່​ສ້າງສະ​ໜາມ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປີ2022​ຢ່າງ​ຄົບ​ຊຸດ
2017-11-02 10:31:22  cri 

​ອົງ​ການ​ຄວບ​ຄຸມ​ການກໍ່​ສ້າງ​ໂຄງ​ການ​​ສະ​ໜາມ​ກິ​ລາໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ເປີດ​ເຜີຍ​ໃນ​ວັນ​ທີ 1 ພະ​ຈິກ​ນີ້​ວ່າ: ການ​ກໍ່​ສ້າງ​ສະ​ໜາມ​ກິ​ລາ​ແຫ່ງ​ໃໝ່ສຳ​ລັບມະ​ຫະ​ກຳ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ 2022 ​ຄືບ​ໜ້າ​ໄປ​ດ້ວຍ​ດີ, ຂະ​ນະ​ທີ່​ແຜນ​ແມ່​ບົດ​ການກໍ່​ສ້າງ​ສະ​ໜາມ​ກິ​ລາ​ຢູ່​ເມືອງ​ຢຽນ​ຊິ້ງ​ກໍ​ໄດ້​ຮັບ​ຮອງແລ້ວ. ຈາກ​ນີ້, ໂຄງ​ການ​ຕ່າງໆ​ຂອງ​ມະ​ຫະ​ກຳກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້​ລົງ​ມື​ກໍ່​ສ້າງ​​ຄົບ​ຊຸດ​ແລ້ວ.

ຂ່າວ​ແຈ້ງວ່າ: ​ສະ​ເພາະ​ຢູ່​ປັກ​ກິ່ງ​ມີ​ໂຄງ​ການ​ປັບ​ປຸງສະ​ໜາມ​ກິ​ລາ​ 18 ໂຄງ​ການ​ໂດຍໃນ​ຕໍ່​ໜ້າ, ສະ​ໜາມ​ກິ​ລາ​ເຫຼົ່າ​ນີ້​ບໍ່​ພຽງ​ແຕ່​ຈະ​ສາ​ມາດ​ຈັດ​ການ​ແຂ່ງ​ຂັນ​ກິ​ລາ​ລະ​ດູ​ໜາວ​ລະ​ດັບ​ສາ​ກົນ​ເທົ່າ​ນັ້ນ, ຍັງ​ຈະ​ເປັ​ນ​ສະ​ຖານ​ທີ່​ຫຼິ້ນ​ນ້ຳ​ກ້ອນ​ແລະຫິ​ມະ​ສຳ​ລັບ​ປະ​ຊາ​ຊົນ​ອີກ​ດ້ວຍ​ແລະຫຼັງ​ປີ 2022, ຊາວ​ເມືອງ​ປັກ​ກິ່ງ​ຈະ​ສາ​ມາດ​ສຳ​ຜັດ​ກັບ​ມົນ​ສະ​ເໜ່​ຂອງ​ກິ​ລາ​ລະ​ດູ​ໜາວ​ໃນ​ສະ​ໜາມ​ກິ​ລາ​ມາດ​ຕະ​ຖານຫຼາຍກວ່າ​ເກົ່າ.

 

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ