ຄືບ​ໜ້າ​ອີກເຮືອ​ບິນສອງ​ບ່ອນ​ນັ່ງ​ທີ່​ໃຊ້​ພະ​ລັງ​ງານ​ໄຟ​ຟ້າ​​​ສາ​ມາດບິນໄດ້ 2 ຊົ່ວ​ໂມງ​ແລ້ວ
2017-11-02 15:17:29  cri 

ວັນ​ທີ 1 ພະ​ຈິກ​ນີ້, ເຮືອ​ບິນ ສອງ​ບ່ອນ​ນັ່ງ RX1E-A ​ທີ່​ນຳ​ໃຊ້​ພະ​ລັງ​ງານ​ໄຟ​ຟ້າ ເຊິ່ງ​ຄົ້ນ​ຄວ້າ​​ອອກ​ແບບ​ແລະ​​ຜະ​ລິດໂດຍ​ມະ​ຫາ​ວິ​ທະ​ຍາ​ໄລ​ກາ​ນ​ບິນ​ແລະ​ການ​ບິນ​ອະ​ວະ​ກາດ​ເສິນ​ຢາງ ສ​ປ ຈີນ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ບິນ​ເທື່ອ​ທຳ​ອິດ​ຢູ່​ສະ​ໜາມ​ບິນ​ສາຍ​ຫູ​ເມືອງ​ເສິນ​ຢາງ​ແຂວງ​ລຽວ​ນິງ. ​ທັງ​ນີ້ເມື່ອ​ທຽບ​​ໃສ່​ຮຸ່ນ​ຜ່ານ​ມາ​ແລ້ວ, ເຮືອ​ບິນ​ດັ່ງ​ກ່າວ​ສາ​ມາດ​ບິນ​​ໄດ້ດົນ​ກວ່າ​ຄື​ຈາກປະ​ມານ 45 ນາ​ທີ​​ຂຶ້ນ​ເປັນ 2 ຊົ່ວ​ໂມງ ທັງ​ຍັງ​ໄດ້​ເພີ່ມ​ຈ້ອງສຳ​ລັບ​ເຮືອ​ບິນ​ເພື່ອ​ລົງ​ຈອດອີກ​ດ້ວຍ ເຊິ່ງ​ເປັນ​ຄວາມ​ຄືບ​ໜ້າ​ແບບ​ບຸກ​ທະ​ລຸ​ອີກ​ຢ່າງ​ໜຶ່ງ​ທີ່​ຈີນ​ຍາດ​ມາ​ໄດ້​ໃນ​​ວົງ​ການການ​ບິນ​ທົ່ວ​ໄປທີ່​ນຳ​ໃຊ້​ພະ​ລັງ​ງານ​ໄຟ​ຟ້າ.

1  2  3  4  5  6  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ