ສະ​ມັດ​ຊາ​ໃຫຍ່​ສ​ປ​ຊ​ເລັ່ງ​ໃຫ້​ອາ​ເມ​ລິ​ກາ​ຍົກ​ເລີກ​ການ​ປິດ​ລ້ອມ​ກູ​ບາ
2017-11-02 15:34:40  cri 
​ວັນ​ທີ 1 ພະ​ຈິກ​ນີ້, ກອງ​ປະ​ຊຸມ​ໃຫຍ່​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ສະ​ໄໝ​ທີ 72 ໄດ້​ຮັບ​ຮອງ​ມະ​ຕິ​ດ້ວຍ​ຄະ​ແນ​ນ​ສຽງ​ສ່ວນຫຼາຍໂດຍ​ເລັ່ງ​ໃຫ້​ອາ​ເມ​ລິ​ກາຢຸດການ​ປິດ​ລ້ອມ​ທາງ​ເສດ​ຖະ​ກິດ,ການ​ຄ້າ​ແລະ​ການ​ທະ​ນາ​ຄານຕໍ່​ກູ​ບາ​ມາ​ເປັນ​ເວ​ລາ​ເຄິ່ງ​ສະຕະ​ວັດ​ກວ່າ​ອີກ​ເທື່ອ​ໜຶ່ງ. ​ຂະ​ນະ​ທີ່ອາ​ເມ​ລິ​ກາ​ໄດ້​​ລົງ​ຄະ​ແນນ​ສຽງ​ຄັດ​ຄ້​ານ ເຊິ່ງ​ຕ່າງ​ກັບ​ການ​ປ່ອນ​ບັດ​ຂາວ​ໃນ​ປີ​ຜ່ານ​ມາ.

ວັນ​ດຽວ​ກັນ, ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ລົງ​ຄະ​ແນນ​ສຽງ​ຕໍ່​ຮ່າງ​ມະ​ຕິ​ທີ່ຍື່ນ​ໂດຍ​ກູ​ບາ​ໃນ​ບັນ​ຫາ ຄວາມ​ຈຳ​ເປັນ​ໃນ​ການ​ຢຸດ​ການ​ປິດ​ລ້ອມ​​ທາງ​ເສດ​ຖະ​ກິດ,ການ​ຄ້າ​ແລະ​ການ​ທະ​ນາ​ຄານ​ທີ່​ອາ​ເມ​ລິ​ກາ​​ປະ​ຕິ​ບັດ​ຕໍ່​ກູ​ບາ. ​ທັງ​ນີ້ 193 ປະ​ເທດ​ສະ​ມາ​ຊິກຂອງອົງ​ການ​ສະ​ຫະ​ປະ​ຊາ​ຊາດທີ່ເຂົ້າ​ຮ່ວມ​ໄດ້ຮັບ​ຮອງ​ເອົາ​ມະ​ຕິ​ດັ່ງ​ກ່າວ​ດ້ວຍ 191 ສຽງ​ເຫັນ​ດີ​ແລະ 2 ສຽງ​ຄັດ​ຄ້ານ​ໂດຍ​ສອງ​ສຽງ​ຄັດ​ຄ້ານ​ນັ້ນ​ມີອາ​ເມ​ລິ​ກາ​ແລະ​ອິ​ສ​ລາ​ແອນ​. ນີ້​ເປັນ​ປີ​ທີ 26 ຕິດ​ຕໍ່​ກັນ​ທີ່ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ຜ່ານ​ມະ​ຕິ​ລັກ​ສະ​ນະ​ດັ່ງ​ກ່າວ​.

​ມະ​ຕິ​ລັກ​ສະ​ນະ​ດັ່ງ​ກ່າວ​ຂອງສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ບໍ່​ມີ​ຜົນ​ບັງ​ຄັບ​ໃຊ້​ສຳ​ລັບ​ປະ​ເທດ​ສະ​ມ​າ​ຊິກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ