ທັດ​ສະ​ນະ​ຄະ​ຕິ "ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊ​າ​ຕາ​ກຳ​ມວນ​ມະ​ນຸດ"​ໄດ້ບັນ​ທຶກ​ໄວ້​ໃນ​ມະ​ຕິ​ສ​ປ​ຊ​ອີກ​ເທື່ອ​ໜຶ່ງ
2017-11-02 16:29:15  cri 
ວັນ​ທີ 1 ພະ​ຈິກ​ນີ້, ກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ທີ​ໜຶ່ງ​ທີ່​ຮັບ​ຜິດ​ຊອບວຽກ​ງານການຫຼຸດ​ກຳ​ລັງ​ຮົບ​ແລະ​ຄວາມ​ໝັ້ນ​ຄົງ​ສາ​ກົນ​ຂອງ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ສະ​ໄໝ​ທີ 72 ໄດ້​ຮັບ​ຮອງ​ມະ​ຕິ​ວ່າ​ດ້ວຍ​ຄວາມ​ໝັ້ນ​ຄົງ​ສອງ​ສະ​ບັບ​ຄື  "ມາດ​ຕະ​ການ​ຕົວ​ຈິງ​ຕື່ມ​ເພື່ອ​ປ້ອງ​ກັນ​ການ​ແຂ່ງ​ຂັ​ນ​ກຳ​ລັງ​ຮົບຢູ່​ອະ​ວະ​ກາດ"​ແລະ "ບໍ່​ເປັນ​ຜູ້​ທຳ​ອິດ​ທີ່​​ປະ​ອາ​ວຸດ​ຢູ່​ອະ​ວະ​ກາດ". ໃນ​ນີ້, ທັດ​ສະ​ນະ​ຄະ​ຕິ "ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​​ຊາ​ຕາ​ກຳ​ມວນ​ມະ​ນຸດ"​ໄດ້​ບັນ​ທຶກ​ເຂົ້າ​ໃນ​ມະ​ຕິ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ອີກ​ເທື່ອ​ໜຶ່ງ ທັງ​ເປັນ​ເທື່​ອ​ທຳ​ອິດ​ທີ່​ທັດ​ສະ​ນະ​ຄະ​ຕິ​ດັ່ງ​ກ່າວ​​ໄດ້ບັນ​ທຶກ​ເຂົ້າ​ໃນ​ມະ​ຕິ​ວ່າ​ດ້ວຍ​ຄວາມ​ໝັ້ນ​ຄົງ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ.

ເຈົ້າ​ໜ້າ​ທີ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ແລະ​ປະ​ເທດ​ຈຳ​ນວນ​ໜຶ່ງຢືນ​ຢັນ​ວ່າ ​ທັງ​ນີ້​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ວ່າ​ປະ​ຊາ​ຄົມ​ໂລກ​ສະ​ໜັບ​ສະ​ໜູນ​ທັດ​ສະ​ນະ​ຄະ​ຕິ​ຂອງ​ຈີນ​ຢ່າງກວ້າງ​ຂວາງ ທັງ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຕັ້ງ​ໃຈ​ແລະ​ຄວາມ​ໝັ້ນ​ໃຈ​ຂອງ​ຈີນ​ທີ່​ຈະ​ສຸມ​ທຸກ​ຄວາມ​ພະ​ຍາ​ຍາມ​ຢ່າງ​ບໍ່​ລົດ​ລະ​ເພື່ອ​ການ​ຄຸ້ມ​ຄອງ​ຄວາມ​ໝັ້ນ​ຄົງ​ຂອງ​ໂລກ​ໃນ​ໄລ​ຍະ​ໃໝ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ