ກອງ​ກຳລັງ​ຮ່ວມ​ຫຼາຍປະ​ເທດໂຈມ​ຕີເຢ​​ແມນທາງ​ອາກາດ ​ເຮັດ​ໃຫ້ 26 ຄົນ​ເສຍ​ຊີວິດ
2017-11-02 14:52:55  cri 

ສື່​ມວນ​ຊົນ​ເຢ​ແມນ ລາຍ​ງານ​ວ່າ: ກອງ​ກຳລັງ​ຮ່ວມຫຼາຍປະ​ເທດ ທີ່​ນຳພາ​ໂດຍ​ຊາ​ອຸດິ ອາຣາ​ເບຍ ​ໄດ້​ໂຈມ​ຕີແຂວງ​ຊາ​ດາ ທາງ​ພາກ​ເໜືອເຢ​ແມນທາງ​ອາກາດ​​ ​ໃນ​ຕອນ​ຮຸ່ງ​ເຊົ້າວັນ​ທີ 1 ພະຈິກ​ນີ້ ສົ່ງ​ຜົນ​ເຮັດ​ໃຫ້​ຢ່າງ​ໜ້ອຍມີປະຊາຊົນ 26 ຄົນ​ເສຍ​ຊີວິດ ​ແລະ​ບາດ​ເຈັບ​ອີກຫຼາຍສິບ​ຄົນ.

ນັບ​ແຕ່​ປີ 2015 ​ເປັນຕົ້ນມາ, ກອງ​ກຳລັງຮ່ວມຫຼາຍປະ​ເທດ ທີ່​ນຳພາ​ໂດຍ​ຊາ​ອຸດິ ອາຣາ​ເບຍ ​ໄດ້​​ໂຈມ​ຕີ​​ເຢ​ແມນທາງ​ອາກາດ​ ​ແລະ ສົ່ງ​ຜົນ​ເຮັດ​ໃຫ້​ຊາວ​ທ້ອງ​ຖິ່ນ​ເສຍ​ຊີວິດ​ນັ້ນ ​ໄດ້​ເກີດ​ຂຶ້ນ​ເລື້ອຍໆ ​​ດັ່ງເມື່ອ​ວັນ​ທີ 18 ຕຸລາ​ຜ່ານ​ມາ, ​ໄດ້​ໂຈມ​ຕີ​ແຂວງອານ​ໂຈ​ຟ ທາງ​ພາກ​ຕາ​ເວັນ​ອອກສຽງເໜືອ​ເຢ​ແມນ ​ເຮັດ​ໃຫ້ຄອບ​ຄົ​ວໜຶ່ງມີ 6 ຄົນ​ເສຍ​ຊີວິດ ​ໃນ​ນີ້​ມີແມ່ຍິງ​ແລະ​ເດັກນ້ອຍນຳ​ດ້ວຍ.

​ເມື່ອ​ເດືອນ​ກັນຍາ​ປີ 2014, ກອງ​ກຳລັງ​ປະກອບ​ອາວຸດ​ຮູ​ຊີ​ ປະ​ເທດ​ເຢ​ແມນ​ສາມາດຍຶດ​​ນະຄອນຫຼວງຊາ​ນາ​ໄດ້ ​ແລະຈາກ​ນັ້ນກໍ​ຍຶດຄອງ​ເຂດ​ພາກ​ໃຕ້​ປະ​ເທດ​ດັ່ງກ່າວ ​ໂດຍ​ບັງຄັບ​ໃຫ້​ທ່ານ​ອັບ​ດູ ຣັບບູ ມານ​ຊົວ ຮາ​ດີ ​ຈຳ​ເປັນ​ຕ້ອງ​​ໂຕນ​ໜີ​ໄປ​ຊາ​ອຸດິ ອາຣາ​ເບຍ ​ເພື່ອ​ລີ້​ໄພ. ຕົກ​ມາ​ຮອດ​ເດືອນ​ມີນາ​ປີ 2015, ຊາ​ອຸດິ ອາຣາ​ເບຍ ​​ໄດ້ຮ່ວມ​ກັບຫຼາຍປະ​ເທດ ​ປະຕິບັດ​ການ​ທາງ​ການ​ທະຫານ​ທີ່​ມີ​ຊື່ວ່າ "​DSO ຫຼື the Decisive Storm Operation" ຕໍ່​ກອງ​ກຳລັງ​ປະກອບ​ອາວຸດ​ຮູ​ຊີ ສົ່ງ​ຜົນ​ເຮັດ​ໃຫ້​ສະຖານະ​ການ​ຢູ່​ເຢ​ແມນ​ປັ່ນ​ປ່ວນ​ຢ່າງ​ຕໍ່​ເນື່ອງ. ຕໍ່​ມາ, ພາຍຫຼັງ​ໄດ້​ຮັບ​ການ​ໄກ່​ເກ່ຍຈາກ​ອົງການສະຫະ​ປະຊາ​ຊາດ, ບັນດາ​ຝ່າຍ​ທີ່​ປະ​ທະ​ກັນ​ກໍ​ໄດ້​ເຈລະຈາ​ສັນຕິພາບ​ ​ແຕ່​ຈົນ​ຮອດ​ປັດຈຸບັນ​ກໍ​ບໍ່​ສາມາດ​ບັນລຸ​ຂໍ້​ຕົກລົງ​ໃດໆ​ທັງ​ສິ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ