​ດູ​ບາຍເປີດ​ເຂດ​ການ​ຄ້າ​ເສລີ​ເອເລັກ​​ໂຕຣນິກທຳ​ອິດຢູ່​ພາກ​​ຕາ​ເວັນ​ອອກກາງ
2017-11-02 15:52:45  cri 
ໜັງສືພິມ "ຂ່າວສານ​ອ່າວທະ​ເລ" ອາຫຼັບ​ເອມີ​ລັດ​ລາຍ​ງານ​ວ່າ: ທ່ານ​ເຊກ ອາ​ເມັດ ບິນ ຊາ​ເອັດ ອານ​ມາກ​ຕຸ​ມ ປະທານ​ເຂດ​ການ​ຄ້າ​ເສລີຂອງ​ສະໜາມ​ບິນ​ດູ​ບາຍ​ໄດ້​ເຂົ້າ​ຮ່ວມ​ພິທີ​ເປີດ​ເຂດ​ການ​ຄ້າ​​ເສລີເອ​ເລັກ​ໂຕຣນິກ​ແຫ່ງ​ທຳ​​ອິດ​ຂອງ​ພາກ​ຕາ​ເວັນ​ອອກກາງ ​ໂດຍ​ກວມ​ເນື້ອ​ທີ່ 195.000 ຕາ​ແມັດ​ ເຊິ່ງຕັ້ງ​ຢູ່​ເຂດUmm Ramoul​ທີ່​​ໃກ້​ສະໜາມ​ບິນ ຫຼັງ​ລົງທຶນ​ເຖິງ 740 ລ້ານ​ໂດ​ລາ​ສະຫະລັດ.
​ໃນຊຸມ​ປີຜ່ານມາ, ການ​ຄ້າ​ເອ​ເລັກ​ໂຕຣນິກຂອງ​ພາກ​ຕາ​ເວັນ​ອອກ​ກາງ​​ໄດ້ພັດທະນາ​ຢ່າງ​ໄວວາ ​ແລະຄາດ​ວ່າ ຮອດ​ປີ 2020 ຈະ​ບັນ​ລຸມູນ​ຄ່າ​ 20 ຕື້​ໂດ​ລາ​ສະຫະລັດ ​ເຊິ່ງລື່ນກວ່າ 4 ​ເທົ່າ​​ເມື່ອ​ທຽບ​ໃສ່​ປີ 2015.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ