ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ທຳ​ນຽບ​ຂາວ​ອາ​ເມ​ລິ​ກາ​ກ່າວ​ວ່າ: ທ່ານ ໂດ​ນັນ ທ​ຣຳ ຄອງ​ຄອຍ​ການ​ຢ້ຽ​ມ​ຢາມ​​ຈີນ​ຫຼາຍ
2017-11-03 16:31:45  cri 
ວັນ​ທີ 2 ພະ​ຈິກ​ນີ້, ທ່ານ ແມັກ​ກ໌​ມັ​ສ​ເຕີ ຜູ້​ຊ່ວຍ​ວຽກ​ງານ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດຂອງ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​​ກ່າວ​​ຂະ​ນະໃຫ້​ສຳ​ພາດ​ຕໍ່​ສື່ມວນ​ຊົນຈາກ 5 ປະ​ເທດ​ໃນອາ​ຊີ​ເຊັ່ນ: ຂ່າວ​ສານ​ຊີນ​ຮ​ວາ​​ວ່າ: ຈີນ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ອັນ​ໃຫຍ່​ຫຼວງ​ດ້ານ​ຄວາມ​ໝັ້ນ​ຄົງ​ຂອງ​ພາກ​ພື້ນ, ປົກປັກ​ຮັກ​ສາແລະ​ຊຸກ​ຍູ້​ນະ​ໂຍ​ບາຍແບບຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ແລະ​ດ້ານ​ອື່ນໆ ເຊິ່ງ​ຈາກ​ຈຸດ​ນີ້,ທ່ານ ໂດ​ນັນ ທ​ຣຳ ຈຶ່ງ​ລໍ​ຄອຍ​ສ້າງ​ການ​ພົວ​ພັນ​ທີ່​ເຂັ້ມ​ແຂງ​ກັບ​ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ລວມ​ທັງ​ການຮັກ​ສາ​ຊຸກ​ຍູ້​ການ​ສ້າງ​ກົນ​ໄກ​ສັນ​ຕິ​ພາບ,​ຄວາມ​ໝັ້ນ​ຄົງ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ຂອງ​ພາກ​ພື້ນ​ນີ້.

ທ່ານ​ກ່າວ​ຕື່ມ​ວ່າ: ທ່ານ ໂດ​ນັນ ທ​ຣຳ ມີ​ຄວາມຫວັງ​ວ່າ​ຈະຮ່ວມ​ກັບ​ຜູ້​ນຳ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ​ໂດຍ​ສະ​ເພາະ​ກັບ​ທ່ານ​ປະ​ທານ​ ສີ​ຈິ້ນ​ຜິງ ຄົ້ນ​ຄວ້າ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ຫາກາ​ນ​ປົກ​ປັກ​ຮັກ​ສາ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ແລະ​ຄວາມ​ໝັ້ນ​ຄົງ​ຂອງ​ພາກ​ພື້ນ​ນີ້​ແນວ​ໃດ.

ທຳ​ນຽບ​ຂາວ​ອາ​ເມ​ລິ​ກາ​ໃຫ້​ຮູ້​ວ່າ: ຫຼັງ​ຈາກທ່ານ ໂດ​ນັນ ທ​ຣຳ ​ເດີນ​ທາງ​ໄປລັດ​ຮາ​ວາຍ​ປະ​ເທດ​ຂອງ​ຕົນ​ໃນ​ວັນ​ທີ 3 ພະ​ຈິກ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ ແລ້ວ​ກໍ​ຈະ​ສືບ​ຕໍ່​ເດີນ​ທາງ​ຢ້ຽມ​ຢາມ​ຍີ່​ປຸ່ນ, ສ.ເກົາ​ຫຼີ, ຈີນ, ຫວຽດ​ນາມ​ ແລະ ຟີ​ລິບ​ປິນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ