ເຈົ້າ​ໜ້​າ​ທີ່ APEC ຊີ້: ກົນ​ໄກ APEC ສາ​ມາດ​ຮັບ​ມື​ກັບ​ສະ​ພາບ​ແວດ​ລ້ອມ​​ການ​ຄ້າ​ທີ່​ສັບ​ສົນໄດ້​ເປັນ​ຢ່າງ​ດີ
2017-11-03 16:38:25  cri 
​ໃນ​ໂອ​ກາດ​ທີ່ກອງ​ປະ​ຊຸມ​ບໍ່​ເປັນ​ທາງ​ການ​ຂອງ​ຜູ້​ນຳ​ອົງ​ການ APEC ຄັ້ງ​ທີ 25 ຈະ​ຈັດ​ຂຶ້ນ​ຢູ່ນະ​ຄອນດາ​ນັງພາກ​ກາງ​ປະ​ເທດ​ຫວຽດ​ນາມ, ທ່ານ ອາ​ລານ ໂບນ​ລັດ ເຈົ້າ​ໜ້າ​ທີ່​ປະ​ຕິ​ບັດ​ງານ​ສຳ​ນັກ​ເລ​ຂາ​ອົງ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊີ​ປາ​ຊີ​ຟິກ​ຫຼື APEC ກ່າວ​ໃນ​ຂະ​ນະ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວເມື່ອມໍ່ໆ​ນີ້​ວ່າ: ເມື່ອ​ທຽບ​ໃສ່​ອົງ​ການ​ຈັດ​ຕັ້ງ​ທີ່​ຕ້ອງ​ເຄົາ​ລົບ​ຂໍ້​ກຳ​ນົດ​ແລະ​ກົດ​ລະ​ບຽບ​ຂອງ​ອົງ​ການ​ທີ່​ກ່ຽວ​ຂ້ອງ​ບາງ​ແຫ່ງ, APEC ມີ​ທ່າ​ແຮງ​ຂອງ​ຕົນ,ຖ້າ​ສະ​ມາ​ຊິກ​ທັງ​ໝົດ​ບໍ່​ສາ​ມາດ​ບັນ​ລຸ​ຄວາມ​​ເປັນ​ເອ​ກະ​ພາບ​ກ່ຽວ​ກັບ​ວາ​ລະ​ປະ​ຊຸມ​ບາງ​ຂໍ້,ກຸ່ມເສດ​ຖະ​ກິດ​ທີ່​ມີ​ນ້ຳ​ໃຈ​ເປີດກວ້າງ​ບາງ​ແຫ່ງ​ກໍ​ສາ​ມາດ​ອອກ​ໜ້າ​ສະ​ແຫວງ​ຫາ​ຊ່ອງ​ທາງ​ການ​ແກ້​ໄ​ຂ​ໄດ້.

ທ່ານ ອາ​ລານ ໂບນ​ລັດ ກ່າວ​ຕື່ມ​ວ່າ: ບົດ​ຮຽນ​ທີ່​ປະ​ສົບ​ຜົນສຳ​ເລັດໃນ​ປີ​ຜ່ານ​ມາ​ສະ​ແດງ​ໃຫ້​ເຫັນ​ວ່າ: ອົງ​ການ APEC ແມ່ນ​ອົງ​ການ​ຈັດ​ຕັ້ງມີ​ກົນ​ໄກ​ທີ່​ອ່ອນ​ໄຫວ​ດີ, ສາ​ມາດ​ປັບ​ປຸງ​ຕົນ​ເອງໃຫ້​ສອ​ດ​ຄ່ອງ​ກັບ​ສະ​ພາບ​ແວດ​ລ້ອມ​ດ້ານ​ການ​ຄ້າ​ທີ່​ນັບ​ມື້​ນັບ​ສັບ​ສົນ​. ອົງ​ການ APEC ໄດ້​ຕັ້ງ​ໜ້າ​ເສີມ​ຂະ​ຫຍາຍ​ບົດ​ບາດ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ພາກ​ພື້ນ​ແລະ​ຍົກ​ລະ​ດັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ສູງ​ຂຶ້ນ ແລະຫວັງ​ວ່າ​ໃນ​ອະ​ນາ​ຄົດ, APEC​ ຈະ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ດັ່ງ​ກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ