ຈີນ​ຫວັງ​ວ່າ​ລັດ​ຖະ​ບານຍີ່​ປຸ່ນ​ຊຸດ​ໃ​ໝ່​ຈະປັບ​ປຸງ​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ດ້ວຍ​ການ​ກະ​ທຳ​ຕົວ​ຈິງ
2017-11-03 16:40:12  cri 
ຕາມ​ຂ່າວCRI: ຕາມ​ການ​ລາຍ​ງານ​ວ່າ: ໃນ​ຕອນ​ບ່າຍ​ວັນ​ທີ 1 ພະ​ຈິກ​ນີ້, ທ່ານ ຊິນ​ໂຈ ອ​າ​ເບະ ​ຫົວ​ໜ້າ​ພັກ​ເສ​ລີ​ປະ​ຊາ​ທິ​ປະ​ໄຕ​ຍີ່​ປຸ່ນ​ໄດ້​ຮັບ​ຄະ​ແນນ​ສຽງ​ຈາກ​ສະ​ພາ​ຕ່ຳ​ແລະ​ສະ​ພາ​ສູງ​ຍີ່​ປຸ່ນ​ເປັນ​ຈຳ​ນວນ​ຫຼາຍ ໃຫ້ດຳ​ລົງ​ຕຳ​ແໜ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ແລະ​ປະ​ກອບ​ຄະ​ນະ​ລັດ​ຖະ​ບານ​ຊຸດ​ໃໝ່.

​ຕໍ່​ເລື່ອງ​ນີ້,ທ່ານ​ນາງ ຮ້ວາ​ຊຸ່ນ​ຢີງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ໃນ​​ການ​ຖະ​ແຫຼງຂ່າວ​ໃນ​ວັນ​ທີ 2 ພະ​ຈິກ​ນີ້​ວ່າ: ການ​ທີ່ສາຍ​ພົວ​ພັນ​ລະ​ຫວ່າງ​ຈີນ-ຍີ່​ປຸ່ນພັດ​ທະ​ນາ​ຢ່າງ​ໝັ້ນ​ທ່ຽງ​ແລະ​ປອດ​ໃ​ສ​ນັ້ນ ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ໂດຍ​ພື້ນ​ຖານ​ຂອງ​ສອງ​ປະ​ເທດ​ກໍ​ຄື​ປະ​ຊາ​ຊົນ​ສອງ​ປະ​ເທດ. ຈີນ​​ມີ​ຈຸດ​ຢືນ​ມາ​ໂດຍ​ຕະ​ຫຼອດ​ວ່າ​ຄວນ​ຂະ​ຫຍາຍ​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ບົນ​ພື້ນ​ຖານ​ເອ​ກະ​ສານ​ການ​ເມືອງ 4 ສະ​ບັບ​ແລະ​ຄວາມ​ເປັນ​ເອ​ກະ​ພາບ​ດ້ານ​ຫຼັກ​ການ 4 ​ປະການ​ລະ​ຫວ່າງ​ສອງ​ປະ​ເທດ ແລະ​ຈິດ​ໃຈຖອດ​ຖອນ​ບົດ​ຮຽນ​ທາງ​ປະ​ຫວັດ​ສາດ ແລະ​ອ​ວ່າຍ​ໜ້າ​ໄປ​ສູ່​ອະ​ນາ​ຄົດ. ຈາກ​ນີ້​ຈຶ່ງ​ຫວັງ​ວ່າ​ລັດ​ຖະ​ບານ​ຍີ່​ປຸ່ນ​ຊຸດ​ໃ​ໝ່​ຈະເຄົາ​ລົບ​ແລະ​ປະ​ຕິ​ບັດ​ຕາມ​ເອ​ກະ​ສານ​ທີ່​ກ່ຽວ​ຂ້ອງ​ແລະ​ຈິດ​ໃ​ຈ​ແຫ່ງຄວາມເປັນ​ເອ​ກະ​ພາບ,ປະ​ຕິ​ບັດ​ນະ​ໂຍ​ບາຍ​ຕໍ່​ຈີນ​ຢ່າງ​ຕັ້ງ​ໜ້າ,​ປັບ​ປຸງ​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ດ້ວຍ​ການ​ກະ​ທຳ​ຕົວ​ຈິງ ແລະຮ່ວມ​ກັບ​ຈີນ​ພະ​ຍາ​ຍາມ​ຊຸກ​ຍູ້​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ຂະ​ຫຍາຍ​ຕົວ​ໄປ​​ໜ້າ​ແລະ​ປັບ​ປຸງ​ໃຫ້​ດີ​ຂຶ້ນ​ຕາມ​ທິດ​ທີ່​ຖືກ​ຕ້ອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ