ເຈົ້າ​ໜ້າ​ທີ່​ໄອ​ຍະ​ການ​ຂອງ​ສານ​ອາ​ຍາ​ສາ​ກົນ​ຮຽກ​ຮ້ອງ​ໃຫ້​ສືບ​ສວນ​ອາ​ຊະ​ຍາ​​ກຳ​ສົງຄາມ​ໃນ​ການ​ປະ​ທະ​ກັນ​ຢູ່​ອັ​ຟ​ກາ​ນີ​ສະ​ຖານ
2017-11-04 15:37:33  cri 
ວັນ​ທີ 3 ພະ​ຈິກ​ນີ້, ທ່ານ​ຟາ​ຕູ ເບັນ​ຊູ​ດາ, ເຈົ້າ​ໜ້າ​ທີ່​ໄອ​ຍະ​ການ​ຂອງ​ສານ​ອາ​ຍາ​ສາ​ກົນ​ຖະ​ແຫຼງວ່າ, ໄດ້​ຮຽກ​ຮ້ອງ​ໃຫ້​ດຳ​ເນີນ​ການ​ສືບ​ສວນ​​ອາ​ຊະ​ຍາ​ກຳ​ສົງ​ຄາມ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ໃນ​ການ​ປະ​ທະ​ກັນ​ດ້ວຍ​ກຳ​ລັງ​ອາ​ວຸດ​ຢູ່​ອັ​ຟ​ກາ​ນີ​ສະ​ຖານ, ​ສານ​ກ່ອນ​ການ​ພິ​ຈາ​ລະ​ນາ​ຂອງ​ສານ​ດັ່ງ​ກ່າວ​ຈະ​ຕົກ​ລົງ​ວ່າ​ຈະ​ມອບ​ສິດຫຼື​ບໍ່.

ທັງ​ນີ້ທ່ານ​ເບັນ​ຊູ​ດາ​ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ໜຶ່ງວ່າ: "ໂດຍ​ຜ່ານ​ການ​ຄົ້ນ​ຄວ້າ​ເບື້ອງ​ຕົ້ນຕໍ່​ສະ​ພາບ​ການ​ທີ່​ກ່ຽວ​ຂ້ອງ​ຢ່າງ​ລະ​ອຽດ​ແລ້ວ, ໄດ້​​ຜົນ​ສະຫຼຸບ​ວ່າ, ການ​ດຳ​ເນີນ​ການ​ສືບ​ສວນ​ນັ້ນ​ສອດ​ຄ່ອງ​ກັບ​ເງື່ອນ​ໄຂ​ທັງ​ໝົດ​ທີ່​ລະ​ບຸ​ໄວ້​ໃນ '​ສົນ​ທິ​ສັນ​ຍາໂຣມ​ສານ​ອາ​ຍາ​ສາ​ກົນ'. ມີຫຼັກ​ຖານອ້າງ​ອີງ​ສະ​ແດ​ງ​ໃຫ້​ເຫັນ​ວ່າ, ເຄີຍ​ມີ​ການ​ກະ​ທຳ​ທີ່​ເປັນ​ອາ​ຊະ​ຍາ​ກຳ​ສົງ​ຄາມ ແລະ​ກໍ່ໂທດ​ກຳ​ຕ້າ​ນ​​ມວນມະ​ນຸດ​​ເກີດ​ຂຶ້ນ​ໃນ​ການ​ປະ​ທະ​ກັນ​ດ້ວຍ​ກຳ​ລັງ​ອາ​ວຸດ​ຢູ່​ອັ​ຟ​ກາ​ນີ​ສະ​ຖານ." ແຕ່​ໃນ​ຖະ​ແຫຼງ​ການ​ດັ່ງ​ກ່າ​ວ​ບໍ່​ໄດ້​ກ່າວ​ເຖິງ​ກໍ​ລະ​ນີ​ໃດ ແລະ​ຜູ້​ກະ​ທຳ​ຢ່າງ​ລະ​ອຽດ.

ທ່ານ​ເບັນ​ຊູ​ດາ​ກ່າວ​ຕື່ມ​ວ່າ, ຍ້ອນ​ຂໍ້​ຈຳ​ກັດ​ດ້ານ​ສິດ​ຄອບ​ຄອງ​ຂອງ​ສານ​ອາ​ຍາ​ສາ​ກົນ, ການ​ສືບ​ສວນ​ດັ່ງ​ກ່າວ​ຈະ​ດຳ​ເນີນ​ໄປ​ໂດຍ​ແນ​ໃສ່​ການ​ຮ້ອງ​ຟ້ອງ​​ອາ​ຊະ​ຍາ​ກຳ​ສົງ​ຄາມ ແລະ​ໂທດ​ກຳ​ຕ້ານ​​ມວນມະ​ນຸດ​ທີ່​ເກີດ​ຂຶ້ນ​ຢູ່​ອັ​ຟ​ກາ​ນີ​ສະ​ຖານຫຼັງ​ວັນ​ທີ 1 ພຶດ​ສະ​ພາ​ປີ 2003, ແລະ​ເກີດ​ຂຶ້ນ​ຢູ່​ປະ​ເທດ​ພາ​ຄີ​ສົນ​​ທິ​ສັນ​ຍາ​ໂຣມ​ອື່ນໆຫຼັງ​ວັນ​ທີ 1 ກໍ​ລະ​ກົດ​ປີ2002.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ