ສ​ປ​ຊ​ເລັ່ງ​ໃຫ້​ອົ​ສ​ຕ​ຣາ​ລີ​ເຄົາ​ລົບ​ສິດ​ຂອງ​ຊາວ​ອົບ​ພະ​ຍົບ
2017-11-04 15:02:19  cri 
ຫ້ອງວ່າ​ການ​ຂ້າຫຼວງ​ໃຫຍ່ວຽກ​ງານ​ສິດ​ທິ​ມະ​ນຸດ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ອອກ​ຖະ​ແຫຼງ​ການ​ໃນ​ວັນ​ທີ 3 ພະ​ຈິກ​ນີ້​ຢູ່​ເຊີ​ແນວ ປະ​ເທດ​ສວິ​ສ​ໂດຍ​ສະ​ແດງ​ຄວາມ​​ເປັນ​ຫ່ວງ​ຕໍ່​ກໍ​ລະ​ນີ​ທີ່​ອົ​ສ​ຕ​ຣາ​ລີ​ຕັດ​ສິນ​ປິດ​ສູນ​ຊາວ​ອົບ​ພະ​ຍົບ​ແຫ່ງ​ໜຶ່ງ​ໃນ​ວັນ​ທີ 31 ຕຸ​ລາ​ຜ່ານ​ມາວ່າ, ມາດ​ຕະ​ການ​ດັ່ງ​ກ່າວ​ຈະ​ເຮັດ​ໃຫ້​ຊາວ​ອົບ​ພະ​ຍົບ 600 ຄົນ​ທີ່​ຄ້າງ​ຢູ່​ສູນ​ດັ່ງ​ກ່າວ​ຈະ​ຕົກ​ຢູ່​ໃນ​ພາ​ວະສຸກ​ເສີນ​ທາງ​ສິດ​ທິ​ມະ​ນຸດ.

ຖະ​ແຫຼງການ​ລະ​ບຸ​ວ່າ: ພວກ​ຂ້າ​ພະ​ເຈົ້າ​ຂໍ​ເຕືອນ​ໃຫ້​ລັດ​ຖະ​ບານ​ອົ​ສ​ຕ​ຣາ​ລີ​ແລະ​ປາ​​ປົວ​ນິວ​ກີ​ເນ​ຄວນ​ປະ​ຕິ​ບັດ​ຕາມ​ພັນ​ທະ​​ທີ່​ກຳ​ນົດ​ໄວ້​ໃນ​ກົດ​ໝາຍ​ສາ​ກົນ​ວ່າ​ດ້ວຍ​ສິດ​ທິ​ມະ​ນຸດ, ​ເຄົາ​ລົບສົນ​ທິ​ສັນ​ຍາ​ຊາວ​ອົບ​ພະ​ຍົບສະ​ບັບ​ປີ 1951, ປົກ​ປ້ອງ​​ຊາວ​ອົບ​ພະ​ຍົບ​ໃຫ້​​ປາ​ສະ​ຈາກການ​ທຳ​ຮາຍ​,ຮັບ​ປະ​ກັນ​ໃຫ້​ເຂົາ​ເຈົ້າ​ມີ​ສິດ​ສະ​ແຫວງ​ຫາ​ແລະ​ໄດ້​ຮັບ​ການ​ປົກ​ປ້ອງ ແລະ​ຮັບ​ປະ​ກັນ​ໃຫ້​ເຂົາ​ເຈົ້າ​​ມີ​ສິດ​ພື້ນ​ຖານ​ທາງ​ເສດ​ຖະ​ກິດ,ສັງ​ຄົມ​ແລະ​ວັດ​ທະ​ນະ​ທຳ ​ລວມ​ທັງ​ເຮືອນ​ຢູ່,ນ້ຳ​ສະ​ອາດ, ອາ​ຫານ,​ສາ​ທາ​ລະ​ນະ​ສຸກ​ແລະ​ການ​ບໍ​ລິ​ການ​ຮັກ​ສາ​ສຸ​ຂະ​ພາບ​ອັນ​ຄວນ.

ຖະ​ແຫຼງ​ການ​ຍັງ​ເລັ່ງ​ໃຫ້​ລັດ​ຖະ​ບານ​ອົ​ສ​ຕ​ຣາ​ລີ​ແລະ​ປາ​​ປົວ​ນິວ​ກີ​ເນ​ເຈ​ລະ​ຈາ​ກັບ​ຊາວ​ອົບ​ພະ​ຍົບ​ເພື່ອ​ຮັບ​ປະ​ກັນ​ໃຫ້​ສິດ​ຂອງ​ເຂົາ​ເຈົ້າ​ໄດ້​ຮັບ​ຄວາມ​ເຄົາ​ລົບ​ນັບ​ຖື,ການ​ປົກ​ປ້ອງ​ແລະ​ການ​ປະ​ຕິ​ບັດ​ຢ່າງ​ເໝາະ​ສົມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ