ເຈົ້າ​ໜ້າ​ທີ່​ຈີນ​ນຳ​ສະ​ເໜີ​ເນື້ອ​ໃນ​ຈິດ​ໃຈ​ກອງ​ປະ​ຊຸມ​ໃຫຍ່​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ຕໍ່​ພັກ​ການ​ເມືອງ​ຝ່າຍ​ຊ້າຍ​ຕ່າງ​ປະ​ເທດ
2017-11-04 15:06:52  cri 
ແຕ່​ວັນ​ທີ 1-4 ພະ​ຈິກ​ນີ້, ທ່ານ​ໂກວ່​ເຢ້​ໂຈ່ວ ຮອງ​ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ກອ​ມ​ມູ​ນິດ​ຈີນ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​​ສາ​ກົນພັກ​ກອມ​ມູ​ນິດ​ແລະ​ພັກ​ກຳ​ມະ​ກອນ​ໂລກ​ຄັ້ງ​ທີ 19 ທີ່​ຈັດ​ຂຶ້ນ​ຢູ່​ຣັດ​ເຊຍ​ໂດຍ​ໄດ້​ນຳ​ສະ​ເໜີ​ເນື້ອ​ໃນ​ຈິດ​ໃຈ​​ຂອງກອງ​ປະ​ຊຸມ​ໃຫຍ່​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ຢ່າງ​ຮອບ​ດ້ານ​ຕໍ່​​ຜູ້​ແທນພັກ​ການ​ເມືອງ​ຝ່າຍ​ຊ້າຍ 100 ກວ່າ​ພັກ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ.

​ຜູ້​ຕາງ​ໜ້າບັນ​ດາ​ພັກ​ການ​ເມືອງ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ເຫັນ​ວ່າ: ຜົນ​ສຳ​ເລັດ​ທີ່​ຍິ່ງ​ໃຫຍ່​ຂອງ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່​ຈະ​ເປັນ​​ການ​ປຸກ​ລະ​ດົມ​ໃຫ້​ແກ່​ບັນ​ດາ​ພັກ​ຄົ້ນ​ຄວ້າ​ສັງ​ຄົ​ມ​ນິ​ຍົມ​ຂອງ​ປະ​ເທດ​ຕົນ​ແລະ​ຫວັງ​ຈະ​ໄດ້​ຮຽນ​ຮູ້​ແນວ​ຄິດ​ໃໝ່​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ພັກ-ລັດ​ຂອງ​ທ່ານ​ສີ​ຈິ້ນ​ຜິງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ