​ອົງ​ການສະ​ຫະ​ປະ​ຊາ​ຊາດ​ກ່າວ​ວ່າ ຢູ່​ຊູ​ດັງ​ໃຕ້​ ຫຼາຍກວ່າ6ລ້ານ​ຄົນ​ຜ​ະ​ເຊີນ​ກັບ​ໄພ​ຂົ່ມ​ຂູ່​ຈາກ​ເຄື່ອງ​ລະ​ເບີດ​ຕ່າງໆ
2017-11-05 14:35:40  cri 
ວັນ​ທີ 4 ພະ​ຈິກ​ນີ້, ສຳ​ນັກ​ງານ​ກູ້​ລະ​ເບີດ​ຂອງ​ອົງ​ກາ​ນ​ສ​ະ​ຫະ​ປະ​ຊາ​ຊາດ​​ໄດ້​ອອກຖະ​ແຫຼງ​ການ​ໂດຍ​ກ່າວວ່າ, ຢູ່​ຊູ​ດັງ​ໃຕ້​ມີ ຫຼາຍ​ວ່າ 6 ລ້ານ​ຄົນ​ດຳ​ລົງ​ຊີ​ວິດ​ຢູ່​ເຂດ​ທີ່​ຜະ​ເຊີນ​​ກັບ​ໄພ​ຂົ່ມ​ຂູ່​ຈາກ​ໝາກ​ມິນ​ ແລະ​ເຄື່ອງ​ລະ​ເບີດ​ອື່ນໆ​ທີ່​ຕົກ​ຄ້າງໄວ້​ຈາກ​ສະ​ໄໝສົງ​ຄາມ.

ໃນ​ຖະ​ແຫຼງ​ການ​ດັ່ງ​ກ່າວ​ຂຽນ​ວ່າ, ຢູ່​ຊູ​ດັງ​ໃຕ້​ໄດ້​ຄົ້ນ​ພົບ​ເຄື່ອງ​ລະ​ເບີດ​ຕ່າງໆ​ປະ​ມານ 150 ໜ່ວຍ​ສະ​ເລ່ຍ​ຕໍ່​ເດືອນ, ເຊິ່ງ​ເຄື່ອງ​ລະ​ເບີດ​ເຫຼົ່າ​ນີ້​ບໍ່​ພຽງ​ແຕ່​ເປັນ​ອຸ​ປະ​ສັກກີດຂວາງ​ສາ​ມັນ​ຊົນ​ໜີ​ອອກ​ຈາກ​ເຂດ​ທີ່​ເກີດ​ການ​ປະ​ທະ​ກັນ​ເລື້ອຍໆ​ເທົ່າ​ນັ້ນ, ຍັງ​ໄດ້​​​ສ້າງ​ຄວາມ​ຫຍຸ້ງ​ຍາກ​ໃຫ້​ແກ່ການ​ຊ່ວຍ​ເຫຼືອ​​ດ້ານມະ​ນຸດ​ສະ​ທຳ, ​ແລະ​ສະ​ກັດ​ກັ້ນການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ຊູ​ດັງ​ໃຕ້.

ໃນ​ຖະ​ແຫຼງ​ການ​ຍັງ​ຂຽນ​ວ່າ, ສຳ​ນັກ​ງານ​ກູ້​ລະ​ເບີດ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ດຳ​ເນີນ​ການຄົ້ນ​ຫາ ແລະລົບ​ລ້າງ​ເຄື່ອງ​ລະ​ເບີດ​ທີ່​ຕົກ​ຄ້າງ​ຈາກ​ສົງ​ຄ​າມ​ຢູ່​ຊູ​ດັງ​ໃຕ້, ເຊິ່ງ​ໄດ້​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ຂອງເຈົ້າ​ໜ້າ​ທີ່​ຮັກ​ສາ​ສັນ​ຕິ​ພາບ, ​ແລະ​ໄດ້​ສ້າງ​ເງື່ອນ​ໄຂ​ອຳ​ນວຍ​ໃຫ້ອົງ​ການ​ຈັດ​ຕັ້ງ​ມະ​ນຸດ​ສະ​ທຳ​ດຳ​ເນີນ​ການ​ຊ່ວຍ​ເຫຼືອ, ແລະ​ເຮັດ​ໃຫ້​ປະ​ຊາ​ຊົນ​ຊູ​ດັງ​ໃຕ້​ຟື້ນ​ຟູ​ຊີ​ວິດ​ການ​ເປັນ​ຢູ່​ໃຫ້​ກັບ​ຄືນ​ສູ່​​ສະ​ພາບ​ປົກ​ກະ​ຕິ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ