ຊ່ຽວ​ຊານ​ກ່າວ​ວ່າ​ວັກ​ແຊັງ​ເປັນ​ແຜນ​ກຸ້ມ​ຄ່າ​ໃນ​ການ​ຍົກ​ລະ​ດັບ​ສຸ​ຂະ​ພາບ​ຂອງ​ຊາວ​ໂລກ
2017-11-05 17:09:05  cri 
ວັນ​ທີ 5 ພະ​ຈິກ​ນີ້, ທ່ານ​ກິມ​ຮານ​ຈີ ຜູ້​ວ່າ​ການ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ວັກ​ແຊັງ​ສາ​ກົນ​ໃຫ້​ສຳ​ພາດ​ຕໍ່​ສື່ມວນ​ຊົນ​ວ່າ, ການ​ພັດ​ທະ​ນາວັກ​ແຊັງ​ເປັນ​ແຜນ​ກຸ້ມ​ຄ່າ​ໃນ​ການ​ຍົກ​ລະ​ດັບ​ສຸ​ຂະ​ພາບ​ຂອງ​ຊາວ​ໂລກ, ທັງ​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ໂລກ ແລະ​ວິ​ສາ​ຫະ​ກິດ​ຜະ​ລິດ​ຢາ​ຮ່ວມ​ມື​ຜ​ະ​ລິດ​ວັກ​ແຊັງ​ທີ່​ປອດ​ໄພ ແລະ​ມີ​ລາ​ຄາ​ເໝາະ​ສົມ​ໃຫ້​ແກ່​ຊາວ​ໂລກ​ເພື່ອ​ຕໍ່​ຕ້ານ​ກັບ​ພະ​ຍາດ​ແຜ່​ລະ​ບາດ.

ໂຄງ​ການ​ສະ​ຫະ​ປະ​ຊາ​ຊາດ​ເພື່ອ​ການ​ພັດ​ທະ​ນາ​ໄດ້​ສ້າງ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ວັກ​ແຊັງ​ສາ​ກົນ​ຢູ່​ນະ​ຄອນຫຼວງ​ເຊ​ອຸນ​ຂອງ​ສ.ເກົາຫຼີ​ໃນ​ປີ 1997, ເຊິ່ງ​ເປັນ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ສາ​ກົນ​ພຽງ​ແຫ່ງ​ດຽວ​ໃນ​ໂລກ​ທີ່​ຄົ້ນ​ຄວ້າ​ຜະ​ລິດ​ວັກ​ແຊັງ​ລາ​ຄາ​ຖືກ​ໃຫ້​ແກ່​ຜູ້​ທຸກ​ຍາກ. ເນື່ອງ​ໃນ​ໂອ​ກາດ​ຂອງວັນ​ສ້າງ​ຕັ້ງ​ສະ​ຖ​າ​ບັນ​ດັ່ງ​ກ່າວ​ຄົບ​ຮອບ 20 ປີ​, ທ່ານ​ກິມ​ຮານ​ຈີ​ກ່າວ​ວ່າ, ​ແນ່ນອນ​ແລ້ວ ການ​ໃຊ້ຢາ​ປົວ​ພະ​ຍາດ​ເປັນ​ແຜນ​ການ​​ຊະ​ນິດ​ໜຶ່ງ​ທີ່​ສາ​ມາດ​ຍົກ​ລະ​ດັບ​ສຸ​ຂະ​ພາບຂອງ​ຊາວ​ໂລກ, ແຕ່​​ການ​ໃຊ້ຢາ​ວັກ​ແຊງ​ເປັນ​ແຜນ​ທີ່​ກຸ້ມ​ຄ່າຫຼາຍກວ່າ.

ທ່ານ​ກ່າວ​ຕື່ມ​ວ່າ, ແຕ່​ລະ​ປີ ຢາ​ວັກ​ແຊັງ​ສາ​ມາດ​ຊ່ວຍ​ປ້ອງ​ກັນ​ການ​ເສຍ​ຊີ​ວິດ​ຂອງ 2 ລ້ານ ຫາ 3ລ້ານ​ຄົນ, ແຕ່​ການ​ຄົ້ນ​ຄວ້າ​ວັກ​ແຊັງ​ຊະ​ນິດ​ໜຶ່ງ​ຕ້ອງ​ການ​ລົງ​ທຶນ ແລະ ແຮງ​ງານ​ຢ່າງ​ສືບ​ເນື່ອງ​ພາຍ​ໃນ 10 ປີ​ເປັນ​ຢ່າງ​ໜ້ອຍ, ສະ​ນັ້ນ ບໍ​ລິ​ສັດ​ໃຫຍ່​ດ້ານ​ການ​ຜະ​ລິດ​ຢາ​ເປັນ​ກຳ​ລັງຫຼັກ​ແຫຼ່ງ​ໃນ​ການ​ຄົ້ນ​ຄວ້າ​ຜະ​ລິດ​ວັກ​ແຊັງ.

ທ່ານ​ເຫັນ​ວ່າ, ຕ້ອງ​ໃຫ້​ຄວາມ​ສຳ​ຄັນ​ຕໍ່​ການ​ຄົ້ນ​ຄວ້າ​ວັກ​ແຊັງ​ຕ້ານ​ພະ​ຍາດ​ທີ່​ປາ​ກົດ​ຕົວ​ຂຶ້ນ​ໃໝ່. ຜູ້​ນຳ​ຂອງຫຼາຍ​ປະ​ເທດ​ຄິດ​ວ່າ, ພະ​ຍາດ​ບາງ​ຊະ​ນິດ​ຈະ​ບໍ່​ກະ​ທົບ​ເຖິງ​ພົນ​ລະ​ເມືອງ​ພາຍ​ໃນ​ປະ​ເທດ​ຕົນຈຶ່ງ​ບໍ່​ໄດ້​ສົນ​ໃຈ​ຕໍ່​ພະ​ຍາດ​ເຫຼົ່າ​ນີ້, ແຕ່​ໃນ​ຄວາມ​ເປັນ​ຈິງ​ແລ້ວ, "​ລະ​ຫວ່າງເຊື້ອ​ພະ​ຍາດ​ກັບ​ພວກ​ເຮົາ​ມີ​ແຕ່​ເຮືອ​ບິນ​ລຳ​ດຽວ​ເທົ່າ​ນັ້ນ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ