ອາ​ຣັບບີ​ຊາ​ອຸດິດ​ໃຫ້​ລາງວັນນຳ​ຈັບຜູ້​ນຳ​ກຸ່ມປະ​ກອບ​ອາ​ວຸດ​ຮຸ​​ຊີກວ່າ 400 ລ້ານ​ໂດ​ລາ
2017-11-06 15:52:21  cri 
ວັນ​ທີ 5 ພະ​ຈິກ​ນີ້, ອາ​ຣັບ​ບີ​ຊາ​​ອຸ​ດິດ​ໄດ້ປະ​ກາດ​ໃຫ້​ລາງວັນ 440 ລ້ານ​ໂດ​ລາ​ສະ​ຫະ​ລັດ, ເພື່ອ​ນຳ​ຈັບ​ຜູ້​ນຳ​ກຸ່ມ​ປະ​ກອບ​ອາ​ວຸດ​ຮຸ​ຊີ 40 ຄົນ.

ລັດ​ຖະ​ບານ​ອາ​ຣັບ​ບີ​ຊາ​​ອຸດ​ດິດລະ​ບຸ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ໜຶ່ງວ່າ, ຜູ້ນຳ​ກຸ່ມ​ປະ​ກອບ​ອາ​ວຸດ​ຮຸຊີ 40 ຄົນ​ໄດ້​ຖືກ​ຈັດ​ເຂົ້າ​ໃນ​ບັນ​ຊີ​ດຳ​ຂອງ​ປະ​ເທດ​ຕົນ​ຍ້ອນ​​ເຄື່ອນ​ໄຫວ​ກໍ່​ການ​ຮ້າຍ. ທັງ​ນີ້​ລັດ​ຖະ​ບານຈະ​ມອບ​ລາງວັນເປັນ​ເງິນ​ແຕ່ 5 ລ້ານ​​ຫາ 30 ລ້ານ​ໂດ​ລາ​ໃຫ້​ແກ່​ຜູ້​ທີ່​ແຈ້ງ​ເບາະ​ແສ​ເພື່ອ​ສາ​ມາດ​ຈັບ​ຄົນ​ເຫຼົ່າ​ນີ້. ໃນ​ນັ້ນ​ລາງວັນ​ຫຼາຍ​ທີ່​ສຸດ​ຄື​ເບະ​ແສ​ກ່ຽວ​ກັບ​ທ່ານ​ອາບ​ດຸ​ນມາ​ລິກ ຜູ້​ນຳ​ສູງ​ສຸດ​ກຸ່ມ​ປະ​ກອບ​ອາ​ວຸດ​ຮຸ​​ຊີ, ​ໂດຍ​ມີ​ເຖິງ 30 ລ້ານ​ໂດ​ລາ.

ກ່ອນ​ອາ​ຣັບ​ບີ​ຊາ​​ອຸ​ດິດ​​ປະ​ກາດ​ໃຫ້ລາງວັນ​ນຳ​ຈັບ​ໜຶ່ງ​ມື້, ກຸ່ມ​ປະ​ກອບ​ອາ​ວຸດ​ດັ່ງ​ກ່າວ​ໄດ້​ຍິງ​ຂີ​ປະ​ນາ​ວຸດ​ລູກ​ໜຶ່ງ​ໃສ່​ສະ​ໜາມ​ບິນ​ສາ​ກົນ​ນະ​ຄອນ​ຫຼວງລີ​ຢາດ​ຂອງ​ອາ​​ຣັບບີ​ຊາ​ອູ​ດິດ, ​ຂະ​ນະ​ທີ່ກອງ​ທັບ​ປ້ອງ​ກັນ​ອາ​ກາດ​ອາ​ຣັບ​ບີ​ຊາ​​ອຸ​ດິດ​​ກໍ​ສາ​ມາດ​ຍິງ​ສະ​ກັດ​ຂີ​ປະ​ນາ​ວຸດ​ດັ່ງ​ກ່າວ​ດ້ວຍ​ຜົນ​ສຳ​ເລັດ​​ໂດຍບໍ່​ມີ​ຄວາມ​ເສຍ​ຫາຍ​ຕໍ່​ຊີ​ວິດ​ແລະ​ຊັບ​ສິນ​ໃດໆ. ນີ້​ແມ່ນ​ເທື່ອ​ທຳ​ອິດ​ທີ່​ກຸ່ມ​ປະ​ກອບ​ອາ​ວຸດ​ດັ່​ງ​ກ່າວ​ຍິງ​ຂີ​ປະ​ນາ​ວຸດ​ໃສ່​ນະ​ຄອນ​ຫຼວງ​ອາ​​ຣັບ​ບີ​ຊາ​ອຸ​ດິດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ