​​ເຈົ້າ​ຊາຍອາຣັບບີຊາ​ອຸດິດ​ເສຍ​ຊີວິດ​ຈາກ​ອຸບັດ​ເຫດ​ເຮ​ລີ​ກົບ​​ແຕຕົກ
2017-11-06 14:33:55  cri 
ວັນ​ທີ 5 ພະຈິກ​ນີ້, ສະຖານີ​ໂທລະພາບ​ແຫ່ງ​ຊາດ​ອາຣັບບີ​ຊາ​ອຸ​ດິດລາຍ​ງານວ່າ: ເຮລີ​ກົບ​ແຕລຳ​ໜຶ່ງ​ໄດ້​ຕົກ​ຢູ່​​ແຂວງ​ອາ​ເຊີປະ​ເທດ​ຕົນທີ່​ໃກ້​​ຊາຍ​ແດ​ນ​ເຢ​ເມນ ​ເຮັດ​​ໃຫ້​ມີ 7 ຄົນ​ເສຍ​ຊີວິດ ​​ໃນ​ນັ້ນ​ມີເຈົ້າ​ຊາຍ​ໜຶ່ງຄົນ, ພະນັກງານ​ການບິນ 2 ຄົນ ​ແລະ​ເຈົ້າ​ໜ້າ​ທີ່​ລັດ 4 ຄົນ.

ຂ່າວ​ແຈ້ງ​ວ່າ: ໃນ​ມື້​ດັ່ງກ່າວ, ທ່ານ​ມານ​ໂຊ​ບິນ​ມຸກຣິນ ຣາຊະບຸ​ກ ລູກ​ຊາຍ​ຂອງ​ທ່ານມຸກ​ຣິນ ປິນ ອັບ​ດຸນ​ລາ​ຊິດ​ ວານ ຊາວ ອະດີດ​ມົງກຸດ​ລາຊະ​ກຸ​ມານ​ອາຣັບບີ​ຊາ​ອຸດິດ, ຮອງ​ເຈົ້າ​ແຂວງ​ອາ​ເຊີ ​ໄດ້​ເດີນທາງ​ໄປ​ເມືອງ​ນ້ອຍ​ແຫ່ງ​ໜຶ່ງ​ຢູ່​ເຂດ​ພູ​ໜ່ວຍ​ໜຶ່ງ​ດ້ວຍເຮ​ລີ​ກົບ​ແຕ ​ພ້ອມ​ດ້ວຍ​ບັນດາ​ເຈົ້າ​ໜ້າ​ທີ່​ລັດຖະບານ ​ເພື່ອ​ກວດກາ​ໂຄງການ​ກໍ່ສ້າງ​. ​ປັດຈຸບັນ​, ຍັງ​ບໍ່​ຮູ້​ສາ​ເຫດ​ຂອງ​ການ​ເກີດ​ອຸບັດ​ເຫດດັ່ງກ່າວ​ເທື່ອ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ