ກອງ​ທັບ​ໂຊ​ມາ​ລີ​ຍິງ​ຜູ້​ປະ​ກອບ​ອາ​ວຸດ​ພັກ​ໂອ​ຊາ​ບາ​ອັບ​ເສຍ​ຊີ​ວິດ 5 ຄົນ​
2017-11-07 17:26:39  cri 
ວັນ​ທີ 6 ພະ​ຈິກ​ນີ້, ກອງ​ທັບ​ໂຊ​ມາ​ລີ​ກ່າວ​ວ່າ: ຈາກ​ການ​ເຄື່ອນ​ໄຫວ​​ຢູ່​ພາກ​ໃຕ້​ໃນ​ມື້​ດັ່ງ​ກ່າວ ສາ​ມາດ​ຍິງ​ຜູ້​ປະ​ກອບ​ອາ​ວຸດ​ພັກ​ໂອ​ຊາ​ບາ​ອັບ​​ກຸ່ມ​ຫົວ​ຮຸນ​ແຮງ​ເສຍ​ຊີ​ວິດ 5 ຄົນ​.

ທ່ານ​ ໂອ​ມາ ຮີ​ຣີ ຜູ້​ບັ​ນ​ຊາ​ການກອງ​ທັບ​ລັດ​ຖະ​ບານ​ໂຊ​ມາ​ລີ​ກ່າວ​ຕໍ່​ສື່ມວນ​ຊົນ​ວ່າ: ​ທະ​ຫານຂອງ​ຕົນ​ໄດ້​ເຄື່ອນ​ໄຫວກວາດ​ລ້າງ​ຜູ້​ປະ​ກອບ​ອາ​ວຸດພັກ​ໂອ​ຊາ​ບາ​ອັບ​​ຢູ່​ຊາ​ເບວ​ລີ​ກາງ​ແລະ​ໃຕ້ເຊິ່ງ​ຢູ່​ທາງ​ພາກ​ໃຕ້​ຂອງ​ປະ​ເທດໂດຍ​ສາ​ມາດ​ຍິງ​ຜູ້​ປະ​ກອບ​ອາ​ວຸດ​ເສຍ​ຊີ​ວິດ 5 ຄົນ ແລະ​ຍັງ​ສາ​ມາດ​ຈັບ​ໄດ້​ອີກ 7 ຄົນ, ແຕ່​ທະ​ຫານ​ເສຍ​ຊີ​ວິດ​ຫຼື​ບໍ່​ນັ້ນ​ບໍ່​ຂໍ​ເປີດ​ເຜີຍ.

​ຫວ່າງມໍ່ໆ​ມາ​ນີ້, ສະຖາ​ນະ​ການຢູ່​ໂຊ​ມາ​ລີ​​ນັບ​ມື້​ນັບ​ຮ້າຍ​ແຮງ​ຂຶ້ນ ໂດຍພຽງ​ແຕ່​​ເດືອນ​ຕຸ​ລາ​ຜ່ານ​ມາ​ຢູ່​ນະ​ຄອນ​ຫຼວງ​ໂມ​ກາ​ດີ​ຊູ​ກໍ​ໄດ້​ເກີດ​ເຫດ​ລະ​ເບີດ​ດ້ວຍ​ລົດ​ຍົນ​ສອງ​ເທື່ອ ສົ່ງ​ຜົນ​ເຮັດ​ໃຫ້​ຢ່າງ​ໜ້ອຍ​​​ມີ​ຜູ້​ເສຍ​ຊີ​ວິດ 385 ຄົນ.

ພັກ​ໂອ​ຊາ​ບາ​ອັບ​ແມ່ນ​ກຸ່ມ​ຫົວ​ຮຸນ​ແຮງ​ທີ່​ມີ​ສ່ວນ​ພົວ​ພັນ​ກັບ​ກຸ່ມ​ອານ​ໄກ​ດາ ໂດຍໃນ​ຊຸມ​ປີ​ຜ່ານ​ມາ,​ກຸ່ມ​ດັ່ງ​ກ່າວ​ໄດ້​ກໍ່​ການ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ​ຢູ່​ໂຊ​ມາ​ລີ​ກໍ​ຄື​ປະ​ເທດ​ອ້ອມ​ຂ້າງ​ຫຼາຍ​ຄັ້ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ