ເອກ​ອັກ​ຄະ​ລັດ​ຖະ​ທູດ​ອາ​ເມ​ລິ​ກາ​ປະ​ຈຳ​ຈີນ​ກ່າວ​ວ່າ: ການ​ພົບ​ປະ​ລະ​ຫວ່າງ​ປະ​ມຸກ​ລັດ​ອາ​ເມ​ລິ​ກາ​​ແລະຈີນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​​ແມ່ນ "ການ​ພົບ​ປະ​ສຳ​ຄັນເປັນ​ປະ​ຫວັດ​ສາດ"
2017-11-07 17:41:25  cri 
ໃນ​ໂອ​ກາດ​ໃຫ້​ສຳ​ພ​າດ​ຕໍ່​ນັກ​ຂ່າວ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ສ​ປ ຈີນ​ໃນ​ວັນ​ທີ 6 ພະ​ຈິກ​ນີ້, ທ່ານ​ເທັ​ຣີ ບ​ຣັນ​ສ​ແຕັດ ເອກ​ອັກ​ຄະ​ລັດ​ຖະ​ທູດ​ອາ​ເມ​ລິ​ກາ​ປະ​ຈຳ​ຈີນ​ໄດ້​​ແຈ້ງ​ການ​ຢ້ຽມ​ຢາມ​ຈີນ​ຂອງທ່ານ​ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາແລະ​ເຫັນ​ວ່າ​ການ​ພົ​ບ​ປະ​ເທື່ອ​ນີ້​ແມ່ນ "ການ​ພົບ​ປະ​ສຳ​ຄັນ​ທີ່​​ເປັນ​ປະ​ຫວັດ​ສາດ".

ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ, ທ່ານ​ໂດ​ນັນ ທຣຳ ປະ​ທາ​ນາ​ທິ​ບໍ​ດີອ​າ​ເມ​ລິ​ກາ​ຈະ​ຢ້ຽມ​ຢາມ​ປະ​ເທດ​ຈີນ​ທາງ​ລັດ​ຖະ​ກິດ​ແຕ່​ວັ​ນ​ທີ 8 ຫາ​ວັນ​ທີ 10 ພະ​ຈິກ​ນີ້. ​ໂດຍທ່ານ​ບ​ຣັນ​ແສ​ແຕັດ ກ່າວ​ວ່າ, ໃນ​ໄລ​ຍະ​ຢ້ຽມ​ຢາມ, ປະ​ມຸກ​ລັດ​ສອງ​ປະ​ເທດ​ຈະ​ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ແລະ​ບັນ​ຫາ​ທີ່​ສອງ​ຝ່າຍ​ສົນ​ໃຈ​, ລົງ​ເລິ​ກ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ຊຸກ​ຍູ້ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້ຂະ​ຫຍາຍ​ຕົວ​ຢ່າງ​ໝັ້ນ​ທ່ຽງ​ແລະ​​ຕໍ່​ເນື່ອງ.

​ເມື່ອ​ເວົ້າ​ເຖິງ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ການ​ຄ້າ, ທ່ານບ​ຣັນ​ສ​ແຕັດ ກ່າວ​ວ່າ, ​ຈະ​ມີ​ຜູ້​ແທນ​ເສດ​ຖະ​ກິດ​ຮ່ວມ​ຕິດ​ຕາມ​ການ​ຢ້ຽມ​ຈີນ​ຄັ້ງ​ນີ້, ປະ​ມຸກ​ລັດ​ສອງ​ປະ​ເທດ​ຈະ​ເປັນ​ສັກ​ຂີ​ພິ​ຍານ​ໃນການ​ລົງ​ນາມ​ເອ​ກະ​ສານ​ຕ່າງໆ, ​ທີ່​ກ່ຽວ​ພັນ​ເຖິງ​ຫຼາຍ​ຂົງ​ເຂດ​ເຊັ່ນ: ​ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ, ພະ​ລັງ​ງານ​ແລະ​ອື່ນໆ, ຂະ​ນະ​ດຽວ​ກັນ​ກໍ​ເຫັນ​ອີກວ່າ, ຈີນ​ແລະ​ອາ​ເມ​ລິ​ກາ​ມີ​ກຳ​ລັງ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື​ປິ່ນ​ປົວ​ສຸ​ຂະ​ພາບ​ແລະ​ສາ​ທາ​ລະ​ນ​ະ​ສຸກ, ການ​ຕ້ານ​ຢາ​ເສບ​ຕິດ, ການ​ນຳ​ຈັບ​ຜູ້​ກະ​ທຳ​ຜິດ​ທີ່​ຫຼົບ​ໜີໄປ​ຢູ່​ຕ່າງ​ປະ​ເທດ​ພ້ອມ​ຂອງ​ກາງ. ການ​ສົ່ງ​ຜູ້​ຍ້າຍ​ຖິ່ນ​ຖານ​ທີ່​ຜິດ​ກົດ​ໝາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ