ກອງ​ທະ​ຫານ​ນາໆ​ຊາດ​ປະ​ກາດ​ປິດ​ເສັ້ນ​ທາງ​ອອກ​ພາຍນອກ​ຂອງ​ເຢ​ແມນ
2017-11-07 10:10:14  cri 
    ຕອນ​ຄ່ຳ​ວັນ​ທີ 5 ພະ​ຈິກນີ້, ກອງ​ທະ​ຫານ​ນາໆ​ຊາດ​ທີ່​ນຳ​ໂດຍ​ອາ​ຣັບ​ບີ​ຊາ​ອຸ​ດິດ ປະ​ກາດ​ວ່າ, ເພື່ອ​ສະ​ກັດ​ກັ້ນ​ບໍ່​ໃຫ້​ອີ​ຣານ​ຂົ​ນ​ສົ່ງ​ອາ​ວຸດ​ຍຸດ​ໂທ​ປະ​ກອນ​ເຊັ່ນ​ຂີ​ປະ​ນາ​ວຸດ​ເປັນ​ຕົ້ນ​ໃຫ້​ກຸ່ມ​ປະ​ກອບ​ອາ​ວຸດ​ຮູ​ຊີ​ເຢ​ແມນ ຈະ​ປິດ​ເສັ້ນ​ທາງ​ສູ່​ພາຍນອກ​ທາງ​ບົກ, ທາງ​ທະ​ເລ ແລະ​ທາງ​ອາ​ກາດ​ຂອງ​ເຢ​ແມນ.

    ສຳ​ນັກ​ຂ່າວ​ສານ​ແຫ່ງ​ຊາດ​ເຢ​ແມນ ໄດ້​ອ້າງ​ຕາມ​ຖະ​ແຫຼງ​ການ​ສະ​ບັບ​ໜຶ່ງ​ຂອງກອງ​ທ​ະ​ຫານ​ນາໆ​ຊາດ​ໂດຍລາຍ​ງານ​ວ່າ, ຫຼັງ​​ພິ​ສູດ​ຊາກ​ຂີ​ປະ​ນາ​ວຸດ​ທີ່​ກຸ່ມ​ປະ​ກອບ​ອາ​ວຸດ​ຮູ​ຊີຍິງ​ໄປ​ສູ່​ທິດ​ສະ​ໜາມ​ບິນ​ສາ​ກົນ​ລີ​ອັດ​ນະ​ຄອນຫຼວງ​ຊາ​ອຸ​ດິ​ອາ​ຣັບ​ບີ​ແລ້ວ​ຢືນ​ຢັນ​ວ່າ, ຂີ​ປະ​ນາ​ວຸດ​ດັ່ງ​ກ່າວ​ຜະ​ລິດ​ໂດຍ​ອີ​ຣານ. ຂະ​ນະ​ດຽວ​ກັນ, ຂີ​ປະ​ນາ​ວຸດ​ທີ່​ກຸ່ມ​ປະ​ກອບ​ອາ​ວຸດ​ຮູ​​ຊີ​ຍິງ​ໄປ​ສູ່​ທິດ​ໄມ​ກາ​ໃນ​ວັນ​ທີ 27 ກໍ​ລະ​ກົດ​ຜ່ານ​ມານັ້ນ ກໍ​​ໄດ້​ຮັບ​ການຢືນ​ຢັນ​ວ່າ​ຜະ​ລິດ​ໂດຍ​ອີ​ຣານ​ເຊັ່ນ​ດຽວ​ກັນ.
ຖະ​ແຫຼງ​ການ​ດັ່ງ​ກ່າວ​​ໄດ້ເຕືອນ​ປະ​ຊ​າ​ຊົນ, ເຈົ້າ​ໜ້າ​ທີ່​ຊ່ວຍ​ເຫຼືອ ແລະ ການ​ທູດ​ທີ່​ຢູ່​ເຢ​ແມນ ບໍ່​ຄວນ​ໄປ​ເຂດ​ສູ້​ຮົບ​ແລະ​ເຂດ​ເຕົ້າ​ໂຮມ​ຂອງ​ກຸ່ມ​ປະ​ກອບ​ອາ​ວຸດ​ຮູ​​ຊີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ