ແມ່​ປ້າ​ນັກ​ພະ​ຍາ​ກອນ​ອາ​ກາດ
2017-11-08 16:52:05  cri 

ນາງ​ກ່າວ​ເປັນ​ພະ​ນັກ​ງານ​ອະ​ນາ​ໄມ​ຂອງ​ເຂດ​ຊຸມ​ຊົນ​ແຫ່ງ​ໜຶ່ງ​​ໃນນະ​ຄອນ​ຈຸ່ງ​ກິ່ງ​ ແຂວງ​ເສ​ສວນ​ ສ​ປ​ຈີນ, ນັບ​ແຕ່​ຕົ້ນ​ປີ​ນີ້​ມາ, ​ແຕ່​ລະ​ມື້,ນາງ​​ກໍໄດ້​​ເອົາ​ກ້ອນ​ຫີນ​ນ້ອຍ​ມາ​ວາງບອກ​ພະ​ຍາ​ກອນ​ອາ​ກາດ​ໃນສະ​ນ້ຳ. ​ເພິ່ນບອກວ່າ: ເລື່ອງ​ທຳ​ອິດ​ທີ່​ຂ້ອຍ​ເຮັດ​ທຸກ​ມື້​ກໍ​ຄື​ອ່ານ​ພະ​ຍາ​ກອນ​ອາ​ກາດ, ເມື່ອ​ອຸນ​ຫະ​ພູມ​ ປ່ຽນ​ແປງ,ຂ້ອຍ​ກໍ​ແປງ​ທັນ​ທີ​. ​ຊາວ​ບ້ານ​ຄຸ້ມ​ດັ່ງ​ກ່າວ​ກ່າວ​ວ່າ: ໃນ​ລະ​ດູ​ຮ້ອນ​ທີ່​ອາ​ກາດ​ຮ້ອນຫຼາຍ, ອາ​ກ່າວ​ໄດ້​ຕາກ​ແດດ​ເອົາ​ກ້ອນ​ຫີນ​ນ້ອຍ​ມາ​ວາງບອກ​ພະ​ຍາ​ກອນ​ອາ​ກາດ​​ໂດຍ​ໃຊ້​ເວ​ລາກວ່າ​ເຄິ່ງ​ຊົ່ວ​ໂມງ. ດຽວ​ນີ້​ອາ​ກາດ​ໜາວ​ແລ້ວ, ຫວັງ​ວ່າ​ເພິ່ນ​ຈະ​ໃສ່​ຊົບ​ມື​​ແລະ​ນຸ່ງ​ເສື້ອ​ໜາໆເພື່ອ​ກັນ​ໜາວ​ບໍ່​ໃຫ້​ເປັນ​ຫວັດ. ນ້ຳ​ໃຈ​ຂອງ​ເພິ່ນ​ໜ້າ​ຍ້ອ​ງ​ຍໍ​ຊົມ​ເຊີຍ​ອີ່ຫຼີ.

1  2  3  4  5  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ