ຊາວ​ນີ​ເຊ​ຣີ 26 ຄົນ​ເສຍ​ຊີ​ວິດ​ຢູ່ທະ​ເລ​​ເມດີ​ແຕລາ​ເນ​ໃນ​​ຂະ​ນະ​ລັກເຂົ້າ​ປະ​ເທດ​ເອີ​ລົບ
2017-11-08 17:38:04  cri 
ລັດ​ຖະ​ບານ​ນີ​ເຊ​ຣີ​ຢືນ​ຢັນ​ໃນ​ວັນ​ທີ 7 ພະ​ຈິກ​ນີ້​ວ່າ, ຫວ່າງ​ມໍ່ໆ​ມາ​ນີ້​ມີ​ປະ​ຊາ​ຊົນ​ປະ​ເທດ​ຕົນ 26 ຄົນ​ເສຍ​ຊີ​ວິດ​ໃນ​ຂະ​ນະ​ລັກ​ເຂົ້າ​ປະ​ເທດ​ເອີ​ລົບ​ຈາກທະ​ເລ​​ເມ​ດີ​ແຕລາ​ເນ​, ​ແລະ​ໄດ້​ພົບຊາກ​ສົບແລ້ວ.

ເຈົ້າ​ໜ້າ​ທີ່​ນີ​ເຊ​ຣີ​​ລະ​ບຸ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ໜຶ່ງວ່າ, ນີ້​ແມ່ນ​ອຸ​​ບັດເຫດ​ກໍ​ລະ​ນີ​ໜຶ່ງ​ທີ່​​ເປັນ​ທຸກ​ໂດຍຊາວ​ໜຸ່ມ​ປະ​ເທດ​ຕົນ​ຈຳ​ນວນ​ໜຶ່ງ​​ໄດ້ເລືອກ​ເສັ້ນ​ທາງ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ສ່ຽງ​ເພື່ອ​ຊອກ​ຫາ​ວຽກ​​ເຮັດ​ງານ​ທຳ​ແລະ​ສ້າງ​ໂອ​ກາດ​ໃນ​ການ​ດຳ​ລົງ​ຊີ​ວິດ​ທີ່​ດີກວ່າ​ເກົ່າ, ແຕ່​​ສຸດ​ທ້າຍ​ສິ່ງ​ທີ່​ເຂົາ​ເຈົ້າ​ປະ​ສົບ​ນັ້ນ​​ກໍ​ຄື​ຄວາມ​ໝົດ​ຫວັງ, ທໍ​ລະ​ມານ​​ຈົນ​ກະ​ທັ້ງ​ເສຍ​ຊີ​ວິດ, ​ເຊິ່ງ​ເປັນເລື່ອງ​ທີ່​ບໍ່​ໜ້າ​​ກະ​ທຳ.

​ສື່ມວນ​ຊົນ​ທ້ອງ​ຖິ່ນ​ລາຍ​ງານ​ວ່າ, ການ​ລັກເຂົ້າ​ປະ​ເທດ​ອື່ນ​ທາງ​ທະ​ເລ ​ສ່ວນ​ຫຼາຍ​ຕ້ອງ​ຈ່າຍ​ເງິນ​ຢ່າງ​ຫຼວງ​ຫຼາຍ, ແລະ​ເຮືອ​ຂົນ​ສົ່ງ​ກໍ​ນັບ​ມື້​ນັບ​ນ້ອຍກວ່າ​ເກົ່າ, ​ແລະ​ຄວາມ​ສ່ຽງ​ກໍ​ນັບ​ມື້​ນັບ​ສູງ​ຂຶ້ນ. ​​ຈາກ​ນີ້, ລັດ​ຖະ​ບານ​ນີ​ເຊ​ຣີ​ໄດ້ຮຽກ​ຮ້ອງ​ປະ​ຊາ​ຊົນ​ປະ​ເທດ​ຕົນ​ຈົ່ງ​ຍົກ​ສະ​ຕິ​ລະ​ວັງ​ຕົວໃຫ້​ສູງ​ຂຶ້ນ​ເພື່ອ​ຫຼີກ​ເວັ້ນ​ຄວາມ​ສ່ຽງ​ທີ່​ອາດ​ຈະ​ເກີດ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ