ທະ​ນາ​ຄານ​ຈີນ​ສາ​ຂາ​ກາ​ຣາ​ຊີ​ປາ​ກິ​ສະ​ຖານ​ເປີດ​ບໍ​ລິ​ການແລ້ວ
2017-11-08 16:06:41  cri 
    ທະ​ນາ​ຄານ​ຈີນ​ສາ​ຂາ​ກາ​ຣາ​ຊີ​ປາ​ກິ​ສະ​ຖານ ໄດ້​ຈັດ​ພິ​ທີ​ເປີດ​ບໍ​ລິ​ການ​ຢູ່​ນະ​ຄອນຫຼວງ​ອິ​ສ​ລາ​ມາ​ບັດ​ໃນ​ວັນ​ທີ 7 ພະ​ຈິກນີ້ ເຊິ່ງ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ສາ​ຂາ​ແຫ່ງ​ທຳ​ອິດຂອງ​ທະ​ນາ​ຄານ​ຈີນ​ຢູ່​ພາກ​ພື້ນ​ອາ​ຊີ​ໃຕ້ ໄດ້​ເປີດ​ບໍ​ລິ​ການ​ຢ່າງ​ເປັນ​ທາງ​ການ​ແລ້ວ.

    ທ່ານ ມາມ​ນູນ ຊູ​ເຊັນ ປະ​ທານ​າ​ທິ​ບໍ​ດີ​ປາ​ກິ​ສະ​ຖານ ໄດ້​​ປາ​ໄສ​ໃນ​ພິ​ທີ​ດັ່ງ​ກ່າວ​ວ່າ, ການ​ທີ່​ທະ​ນາ​ຄານ​ຈີນ​ຕັ້ງ​ສາ​ຂາ​ຢູ່​ກາ​ຣາ​ຊີ ສະ​ແດງ​ໃຫ້​ເຫັນ​ວ່າ, ການກໍ່​ສ້າງ​ແລວ​ທາງ​ເສດ​ຖະ​ກິດ​ຈີນ-ປາ​ກິ​ສະ​ຖານ ພວມ​ນຳ​ເອົາ​ຜົນ​ປະ​ໂຫຍດ​ມາ​ສູ່​ປະ​ຊາ​ຊົນ. ແນວ​ໃດ​ກໍ​ດີ, ລັດ​ຖະ​ບານ ແລະ​ທະ​ນາ​ຄານ​ກາງ​ຂອງ​ປະ​ເທດ​ຕົນ ຈະ​ສືບ​ຕໍ່ຊ່ວຍ​ເຫຼືອ​ທຸກສິ່ງ​ທຸກ​ຢ່າງ ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ທຸ​ລະ​ກິດ​ຂອງ​ທະ​ນາ​ຄານ​ຈີນ​ຢູ່​ປະ​ເທດ​ຕົນ.

    ທ່ານ ຈ້າວ​ລີ້​ຈ່ຽນ ອຸ​ປະ​ທູດ​ຊົ່ວ​ຄາວ​ຂອງ​ສະ​ຖານ​ທູດ​ຈີນ​ປະ​ຈຳ​ປາ​ກິ​ສະ​ຖານ ກ່າວ​ວ່າ, ຈີນ-ປາ​ກິ​ສະ​ຖານ​ແມ່ນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຕະຫຼອດ 24 ຊົ່ວ​ໂມງ ແລະ ການ​ທີ່​ທະ​ນາ​ຄານ​ຈີນ​ເປີດ​ສາ​ຂາ​ຢູ່​ປາ​ກິ​ສະ​ຖານ ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ໝັ້ນ​ໃຈ​ແລະ​ການ​ໃຫ້​ຄວາມ​ສຳ​ຄັນ​ຂອງ​ຕະຫຼາດ​ການ​ທະ​ນາ​ຄານ​ຈີນ​ຕໍ່​ການ​ພັດ​ທະ​ນາ​​ເສດ​ຖະ​ກິດ​ປາ​ກິ​ສະ​ຖານ. ແນວ​ໃດ​ກໍ​ດີ, ຫວັງ​ວ່າ​ທະ​ນາ​ຄານ​ຈີນ ຈະ​ເປີດກວ້າງ​ຂະ​ໜາດ​ທຸ​ລະ​ກິດ ແລະ​ເຮັດ​ໃຫ້​ປະ​ເພດ​ທຸ​ລະ​ກິດ​ເພີ່ມຫຼາຍ​ຂຶ້ນ​ຢ່າງ​ບໍ່​ຢຸດຢັ້ງ ເພື່ອ​ປະ​ກອບ​ສ່ວນ​ໃໝ່​ເຂົ້າ​ໃນ​ການ​ຊຸກ​ຍູ້​ມິດ​ຕະ​ພາບ​ແລະ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​​ລະ​ຫວ່າງ​ສອງ​ປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ