ຈັດ​ງານ​ລ້ຽງ​ສະ​ຫຼອງ​ວັນ​ສ້າງ​ຕັ້ງ​ສູນ​ຈີນ-ອາ​ຊຽນ​ຄົບ​ຮອບ 6 ປີ​ຢູ່​ປັກ​ກິ່ງ
2017-11-09 16:03:51  cri 
ຕາມ​ຂ່າວ CRI: ງານ​ລ້ຽງ​ສະ​ເຫຼີມ​ສະ​ຫຼອງວັນ​ສ້າງ​ຕັ້ງ​ສູນຈີນ-ອາ​ຊຽນ​ຄົບ​ຮອບ 6 ປີ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ ສ​ປ ຈີນ​ໃນ​ວັນ​ທີ 7 ພະ​ຈິກ​ນີ້. ໂດຍທ່ານ​ຂົງ​ສ​ວນ​ຢິ້ວ ຜູ້​ຊ່ວ​ຍ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ, ທ່ານ​ໂຈ​ສ ຊັນ​ເທຍ​ໂກ ໂຮ​ມັນ​ນາ ເອ​ກ​ອັກ​ຄະ​ລັດ​ຖະ​ທູດ​ຟີ​ລິບ​ປີນ​ເຊິ່ງ​ເປັນ​ປະ​ເທດ​ປະ​ທານ​ໝູນ​ວຽນ​ອາ​ຊຽນ​ປະ​ຈຳ​ຈີນ, ທ່ານນາງ​ຢາງ​ຊິ້ວ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ຈີນ-ອາ​ຊຽນ, ທູ​ຕາ​ນຸ​ທູດ​ແລະ​ຜູ້​ຕາງ​ໜ້າ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊຽນ​ປະ​ຈຳ​ຈີນ​​ເຂົ້າ​ຮ່ວມ.

ທ່ານ​ຂົງ​ສວນ​ຢິ້ວ ຜູ້​ຊ່ວຍ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ​ຫຼາຍ​ປີ​ຜ່ານ​ມາ, ສູນ​ຈີນ-ອາ​ຊຽນ​ໄດ້​ມີ​ການ​ພັດ​ທະ​ນາ, ​ເຊິ່ງ​ເປັນ​ການ​ປະ​ກອບ​ສ່ວນ​ສຳ​ຄັນ​​ຊຸກ​ຍູ້​ສາຍ​ພົ​ວ​ພັນ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ໃຫ້ຂະ​ຫຍາຍ​ຕົວ​ເຂົ້າ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ. ​ຂະ​ນະ​ດຽວ​ກັນ, ຈີນ​​ກໍສະ​ໜັບ​ສະ​ໜູນ​ວຽກ​ງານ​ຕ່າງໆ​ຂອງ​ສູນ​ຈີນ-ອາ​ຊຽນ​​ເໝືອນ​ເດີມ.

​ທ່ານ​ໂຮ​ມັນ​ນາກ່າວ​ວ່າ, 6 ປີ​ຜ່ານ​ມາ, ສູນ​ຈີນ-ອາ​ຊຽນ​ໄດ້​​ປະ​ກອບ​ສ່ວນເພີ່ມ​ຄວາມ​ເຂົ້າ​ໃຈ​ລະ​ຫວ່າງ​ປະ​ຊາ​ຊົນ​ຈີນ​ແລະ​ປະ​ເທດ​ອາ​ຊຽນຢ່າງ​ຕໍ່​ເນື່ອງ, ລວມ​ທັງຊຸກ​ຍູ້ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ການ​ຄ້າແລະ​ຫຼຸດ​ຄວາມ​​ແຕກ​ໂຕນ​ໃນການ​ພັດ​ທະ​ນາ​ລະ​ຫວ່າງ​ປະ​ເທດ​ຕ່າງໆ.

ທ່ານ​ນາງ​ຢາງ​ຊິ້ວ​ຜິງ ກ່າວ​ວ່າ, ສູນ​ຈີນ-ອາ​ຊຽນ​ຈະ​ສຸມ​ທຸກຄວາມ​ພະ​ຍາ​ຍາມ​ຕື່ມ​ອີກ, ເພື່ອ​ປະ​ກອບ​ສ່ວນ​ສ້າງ​ອະ​ນາ​ຄົດ​ອັນ​ດີ​ງາມ​​ລະ​ຫວ່າງ​ຈີນ​ແລະ​ອາ​ຊຽນໃຫ້​ຫຼາຍກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ