ຫໍ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ເສ​ສວນ​ຫຼັງ​ປັບ​ປຸງ​
2017-11-09 16:37:54  cri 



    ຫໍ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ເສ​ສວນ​ທີ່​ໄດ້​ລົງ​ທຶນ 120 ລ້ານຢວນ​ເພື່ອ​ຍົກ​ລະ​ດັບ ແລະ​ໃຊ້​ເວ​ລາ 400 ກວ່າມື້​ນັ້ນ ​ຈະ​ເປີດ​ບໍ​ລິ​ການ​ຢ່າງ​ເປັນ​ທາງ​ການ​ໃນ​​ໄວໆ​ນີ້. ຫຼັງ​ການ​ປັບ​ປຸງ, ເນື້ອ​ທີ່​ວາງ​ສະ​ແດງ​ຂອງ​ຫໍ​ດັ່ງ​ກ່າວ ໄດ້​ເພີ່ມ​ຂຶ້ນ​​ເຖິງ 25.000 ຕາ​ແມັດ ໂດຍ​ຈະ​ວາງ​ສະ​ແດງ​ຜົນ​ງານ​ວິ​ທະ​ຍາ​ສາດ​ເຕັກ​ນິກດ້ານ​ການ​ບິນ, ການ​ບິນ​ອະ​ວະ​ກາດ, ໂຄງ​ການ​ຊົນ​ລະ​ປະ​ທານ​ຕູ່​ຈ່ຽງ​ຢ້ຽນ ແລະ​ອື່ນໆ​ ​ໃນ​ໄລ​ຍະ​ປະ​ຕິ​ບັດ​ແຜນ​ການ 5 ປີ​ຄັ້ງ​ທີ 12 ພ້ອມ​ດ້ວຍ​ຄວາມ​ຮູ້​ວິ​ທະ​ຍາ​ສາດ​ໃນ​ດ້ານ​ຊີ​ວິດ​ວິ​ທະ​ຍາ, ການປ້ອງ​ກັນ​ແລະຫຼົບ​ໄພ​ທຳ​ມະ​ຊາດ ເຊິ່ງ​ໃນ​ຫໍ​ມີ​ເຄື່ອງວາງ​ສະ​ແດງ 360 ​ຊະ​ນິດ​ໃນ 16 ເຂດ. ນອກນັ້ນ ຍັງ​ມີ​ໂຮງ​ລະ​ຄອນ​ທີ່​ເປັນ​ເອ​ກະ​ລັກ 4 ແຫ່ງ ເຊັ່ນ​ໂຮງ​ຮູບ​ເງົາ 4D ເປັນ​ຕົ້ນ.

1  2  3  4  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ