ທ່ານ ສີ​ຈິ້ນ​ຜິງ ພ້ອມ​ພັນ​ລະ​ຍາ ເປັນ​ເພື່ອນພາ​ທາງ​ທ່ານ ທ​ຣຳ ພ້ອມ​ພັນ​ລະ​ຍາທ່ຽວ​ຊົມ​ພະ​ລາ​ຊະ​ວັງ​ບູ​ຮານ
2017-11-09 16:43:40  cri 
    ຕອນ​ບ່າຍ​ວັນ​ທີ 8 ພະ​ຈິກນີ້, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ພ້ອມ​ທ່ານ​ນາງ ເພີງ​ລີ້ຢວນ ພັນ​ລະ​ຍາ​ ໄດ້​ເປັນ​ເພື່ອນພາ​ທາງ​ທ່ານ ໂດ​ນັນ ທ​ຣຳ ປະ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ພ້ອມ​ທ່ານ​ນາງ ເມ​ລາ​ເນຍ ທ​ຣຳ ພັນ​ລະ​ຍາ​ ​ທ່ຽວ​ຊົມ​ພະ​ລາ​ຊະ​ວັງ​ບູ​ຮານ. ປະ​ມຸກ​ລັດ​ສອງ​ປະ​ເທດ​ພ້ອມ​ພັນ​ລະ​ຍາ ທັງ​ລົມ​ກັນ​ທັງ​ດື່ມ​ນ້ຳ​ຊາ​ຢູ່​ຫໍ​ປາວ​ຢູ້ນ​ຂອງ​ພະ​ລາ​ຊະ​ວັງ​ບູ​ຮານ ທັງ​ໄດ້​ທ່ຽວ​ຊົມ 3 ຫໍ​ໃຫຍ່​ຢູ່​​ເບື້ອງ​ໜ້າ​ຂອງ​ພະ​ລາ​ຊະ​ວັງ​ບູ​ຮານ, ຊົມການ​ສະ​ແດງສີ​ມື​​ການ​ສ້ອມ​ແປງ​ວັດ​ຖຸ​ບູ​ຮານ, ງານ​ວາງ​ສະ​ແດງວັດ​ຖຸ​ບູ​ຮານ​ທີ່​ລ້ຳ​ຄ່າ ແລະ​ຊົມ​ການ​ສະ​ແດງງິ້ວ​ປັກ​ກິ່ງ.

    ທ່ານ ທ​ຣຳ ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຈີນ​ທີ່​ໄດ້​ຈັດ​ວາລະການ​ຢ້ຽມ​ຢາມ​ຈີນ​ຄັ້ງ​ນີ້​ຢ່າງ​ຮອບ​ຄອບ ທັງຊົມ​ເຊີຍ​​ຜົນ​ສຳ​ເລັດກອງ​ປະ​ຊຸມ​ໃຫຍ່​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ຢ່າງ​​ສະ​ຫງ່າ​ງາມ​ແລະ​ທ່ານ ສີ​ຈິ້ນ​ຜິງ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ອີກ​ສະ​ໄໝ​ໜຶ່ງ, ທັງ​ຊົມ​ເຊີຍ​​ຜົນ​ງານການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ຈີນ​ທີ່​ໄດ້​ຮັບ​ຢ່າງຫຼວງຫຼາຍ ແລະ​ຫວັງ​ວ່າ ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຄັ້ງ​ນີ້ ຈະ​ໄດ້​ຮັບ​ຜົນ​ສຳ​ເລັດ.

    ໃນ​ໄລ​ຍະ​ດັ່ງ​ກ່າວ, ປະ​ມຸກ​ລັດ​ສອງ​ປະ​ເທດ ຍັງ​ໄດ້​ແລກ​ປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ປົກ​ຄອງ​ປະ​ເທດ, ສາຍ​ພົວ​ພັນ​ສອງ​ປະ​ເທດ ແລະ​ບັນ​ຫາ​ຕ່າງໆທີ່​ສອງ​ຝ່າຍ​ສົນ​ໃຈ​ຮ່ວມ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ