ທ່ານ​ສີຈິ້ນ​ຜິງ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສົນ​ທະ​ນາ​ລະ​ຫວ່າງ​ຜູ້​ນຳ​ APEC ແລະ​ອາ​ຊຽນ
2017-11-10 23:43:24  cri 
ວັນ​ທີ 10 ພະ​ຈິກນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ ສ​ປ ຈີນ ໄດ້​ເຂົ້າ​ຮ່ວມ ກອງ​ປະ​ຊຸມ​ສົ​ນ​ທະ​ນາ​ລະ​ຫວ່າງຜູ້​ນຳ​ອົງ​ການ​ຮ່ວມ​ມືອາ​ຊີ​ປາ​ຊີ​ຟິກ​ແລະ​ອາ​ຊຽນ​ຢູ່​ເມືອງ​ດາ​ນັງ ສ​ສ ຫວຽດ​ນາມ.

ບັນ​ດາ​ຜູ້​ນຳ​ໄດ້​ຫາ​ລື​ກັນ​ໂດຍ​ປິ່ນ​ອ້ອມ​ຫົວ​ຂໍ້​ທີ່​ວ່າ ຮ່ວມ​ມື​ກັນ​ຊອກ​ຄົ້ນ​ພະ​ລັງ​ພັດ​ທະ​ນາ​ອັນ​ໃໝ່, ສ້າງ​ອາ​ຊີ​ປາ​ຊີ​ຟິກ​ທີ່​ເຊື່ອມ​ຈອດ​ກັນ​ຢ່າງ​ຮອບ​ດ້ານ​ແລະ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ.

ທ່ານ​ສີ​ຈິ້ນ​ຜິງ ໄດ້​ມີ​ຂໍ້​ສະ​ເໜີ​ຫຼາຍ​ຂໍ້​ຄື​ດັ່ງ​ນີ້:

ໜຶ່ງ: ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ພາກ​ພື້ນ​ເປັນ​ອັນ​ໜຶ່ງອັນ​ດຽວັນ. ຈີນ​ເດັດ​ດ່ຽວ​ສະ​ໜັບ​ສະ​ໜູນ​ອາ​ຊຽນ​ມີ​ບົດ​ບາດ​ເປັນ​ແກນ​ກາງ​ໃນ​ການ​ເຈ​ລະ​ຈາ​ສັນ​ຍາ​ການ​ພົວ​ພັນ​ຄູ່​ເສດ​ຖະ​ກິດ​ຮອບ​ດ້ານ​ໃນ​ພາກ​ພື້ນ, ຍິນ​ດີ​ຮ່ວມ​ກັບ​ບັນ​ດາ​ສະ​ມາ​ຊິກ​ຂອງ​ອາ​ຊຽນ​ຊຸກ​ຍູ້​ໃຫ້​ການ​ເຈ​ລະ​ຈາ​ສຳ​ເລັດ​ລົງ​ໂດຍ​ໄວ.

ສອງ:ຮ່ວມ​ກັນ​ຊຸກ​ຍູ້​ການ​ສ້າງ​ສາ​ແບບ​ເຊື່ອມ​ຈອດ​ກັນ. ອົງ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊີ​ປາ​ຊີ​ຟິກ​ແລະ​ອາ​ຊຽນ​ຄວນ​ນຳ​ໃຊ້​ມາດ​ຕະ​ການ​ທີ່​ແຂງ​ແຮງກວ່າ​ເກົ່າ​ໃນ​ຂົງ​ເຂດ​ການ​ສ້າງ​ສາ​ພື້ນ​ຖານ​ໂຄງ​ລ່າງ, ການ​ວາງ​ນະ​ໂຍ​ບາຍ​ແລະ​ການ​ໄປ​ມາ​ຫາ​ສູ່​ກັນ​ດ້ານ​ບຸກ​ຄະ​ລາ​ກອນ, ເພື່ອ​ສ້າງ​ເຄືອ​ຂ່າຍ​ເຊື່ອມ​ຈອດ​ກັນ​ທີ່​ມີ​ຂອບ​ເຂດກວ້າງ​ຂວາງກວ່າ​ເກົ່າ​ແລະ​ມີ​ລະ​ດັບ​ສູງກວ່າ​ເກົ່າ.

ສາມ: ຮ່ວມ​ກັນ​ຊຸກ​ຍູ້​ການ​ພັດ​ທະ​ນາ​ແບບ​ໂອບ​ເອື້ອຍ​ອາ​ລີ ແລະ​ຍືນ​ຍົງ. ພວກ​ເຮົາ​ຕ້ອງ​ເອົາ​ຍຸດ​ທະ​ສາດ​ພັດ​ທະ​ນາ​ຕົນ​ເອງ​ຕິດ​ພັນ​ກັບ​ວາ​ລະ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ໃນ​ປີ 2030 ຂອງ​ສະ​ຫະ​ປະ​ຊາ​ຊາດ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ແລະ​ການ​ຮ່ວ​ມື​ດ້ານ​ແມ່​ຍິງ​ເປັນ​ຕົ້ນ, ຊ່ວຍ​ເຫຼືອຍ​ບັນ​ດາ​ສະ​ມາ​ຊິກ​ທີ່​ພວມ​ພັດ​ທະ​ນາ​ນັ້ນ​ດຳ​ເນີນ​ການ​ກໍ່​ສ້າງ​ຄວາມ​ສາ​ມາດ, ຫຼຸດ​ຄວາມ​ຜິດ​ໂຕນ​ກົນ​ໃນ​ດ້ານ​ການ​ພັດ​ທະ​ນາ.

ທ່ານ​ສີ​ຈິ້​ນ​ຜິງ​ກ່າວ​ເນັ້ນ​ວ່າ, ຈີນ​ຈະ​ເດັດ​ດ່ຽວ​ພັດ​ທະ​ນາ​ມິດ​ຕະ​ພາບ​ແລະ​ການ​ຮ່ວມ​ມື​ກັບ​ອາ​ຊຽນ, ເດັດ​ດ່ຽວ​ສະ​ໜັບ​ສະ​ໜູນ​ການ​ສ້າງ​ເປັນ​ປະ​ຊາ​ຄົມ​ອາ​ຊຽນ, ເດັດ​ດ່ຽວ​ສະ​ໜັບ​ສະ​ໜູນ​ຖາ​ນະ​ໃຈ​ກາງ​ຂອງ​ອາ​ຊຽນ​ໃນ​ການ​ຮ່ວມ​ມື​ພາກ​ພື້ນ, ແລະ​ຈະ​ຊຸກ​ຍູ້​ໃຫ້​ຂໍ້​ລິ​ເລີ່ມ ໜຶ່ງ​ແລວ​ທາງ ໜຶ່ງ​ເສັ້ນ​ທາງ ເຊື່ອມ​ຈອດ​ກັບ​ຍຸດ​ທະ​ສາດ​ພັດ​ທະ​ນາ​ຂອງ​ອາ​ຊຽນ, ສ້າງ​ກາ​ນ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຈີນ-ອາ​ຊຽນ​ທີ່​ມີ​ລະ​ດັບ​ສູງກວ່າ​ເກົ່າ, ແລະ​ກ້າວ​ໄປ​ສູ່​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຈີນ-ອາ​ຊຽນ​ທີ່​ແໜ້ນ​ແຟ້ນກວ່າ​ເກົ່າ, ເພື່ອ​ເພີ່ມ​ພະ​ລັງ​ຊີ​ວິດ​ຊີ​ວາ​ອັນ​ໃໝ່​ໃຫ້​ແກ່​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ​ໃນ​ການ​ບັນ​ລຸ​ການ​ພັດ​ທະ​ນາ​​ແລະ​ຈະ​ເລີນ​ຮຸ່ງ​ເຮືອງ​ຮ່ວມ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ