ທ່ານ​ສີ​ຈິ້ນ​ຜິງ​ຢ້ຽມ​ຢາມຫວຽດ​ນາມ​ມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ການເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ
2017-11-10 14:34:23  cri 
ວັນ​ທີ 10 ພະ​ຈິກ​ນີ້, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ​​ໄດ້​ເດີນ​ທາງ​​ເຖິງ​ຫວຽດ​ນາມ, ເພື່ອ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ບໍ່​ເປັນ​ທາງ​ການ​ຂອງ​ຜູ້​ນຳ​ອົງ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊີ​ປາ​ຊີ​ຟິກ​ຫຼື ອາ​ເປັກ​ຄັ້ງ​ທີ 25 ແລະ​ຢ້ຽມ​ຢາມ​ຫວຽດ​ນາມ​ທາງ​ລັດ​ຖະ​ກິດ. ໃນ​ໂອ​ກາດ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ, ຜູ້​ຊ່ຽວ​ຊານ​ຈີນ​ແລະ​ຫວຽດ​ນາມ​ລ້ວນ​ແຕ່​ເຫັນ​ວ່າ, ການ​ຢ້ຽມ​ຢາມ​ຄັ້ງ​ນີ້​ມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ການ​ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ.

ທ່ານ​ໂດ​ຕຽນ​ຊິມ ອະ​ດີດ​ຫົວ​ໜ້າ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ປະ​ເທດ​ຈີນ​ຂອງ​ສະ​​ຖາ​ບັນ​​ວິ​ທະ​ຍາ​ສາດ​ສັງ​ຄົມ​ຫວຽດ​ນາມ​ກ່າວ​ວ່າ, ການ​ຢ້ຽມ​ຢາມ​ຄັ້​ງ​ທຳ​ອິດ​ຂອງ​ທ່​ານ​ສີ​ຈິ້ນ​ຜິງ​ຫຼັງ​ກອງ​ປະ​ຊຸມ​ໃຫຍ່ພັກ​ກອ​ມ​ມູ​ນິດຈີນ​ຄັ້ງ​ທີ 19 ​ໂດຍເລືອກ​ຫວຽດ​ນາມ, ​ນັ້ນ​ສະ​ແດງ​ໃຫ້​ເຫັນ​ການ​ໃຫ້​ຄວາ​ມ​ສຳ​ຄັນ​ຂອງ​ຈີນ​ຕໍ່​ຫວຽດ​ນາມ, ກໍ​ຄື​ສາຍ​ພົ​ວ​ພັນ​ລະ​ຫວ່າງ​ຫວຽດ​ນາມ-ຈີນ. ໃນ​ຖານ​ະ​ເປັນ​ປະ​ເທດ​ໃກ້​ຄຽງ​ຂອງ​ຈີນ, ຫວຽດ​ນາມ​ກໍ​​ຈະ​ໄດ້​ຮັບ​ໂອ​ກາດ​ພັດ​ທະ​ນາ​ທີ່​ດີກວ່າ​ເກົ່າ​ຈາກ​ການ​ພັດ​ທະ​ນາ​ຂອງ​ຈີນ. ໃນ​ຍຸກ​ປັດ​ຈຸ​ບັນ​​ຍຸກ​ຂອງ​ການ​ເກີດ​ກະ​ແສ​ຕໍ່​ຕ້ານ​ໂລ​ກາ​ພິ​ວັດ​ແລະ​ລັດ​ທິ​ປົກ​ປ້ອງ​ການ​ຄ້າ, ການລົງ​ເລິກ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ​ກັບ​ຈີນ​ແຮງເປັນ​ສິ່ງ​ທີ່​ປະ​ເສີດ​ຫຼາຍ, ​ແລະຫວັງ​ວ່າລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ສອງ​ປະ​ເທດ​ຈະ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ທີ່​ມີ​ຄຸນ​ນະ​ພາບ​ສູງ, ປະ​ສິ​ດ​ທິ​ພາບ​ສູງ​ແລະ​ຕໍ່​ເນື່ອງ.

ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ​ຫວາງ​ລິງ​ກຸ້ຍ ຮອງ​ຜູ້​ອຳ​ນວຍ​ການ​ປະ​ຈຳ​ການ​ຂອງ​ຄັງ​ປັນ​ຍາ​ຍຸດ​ທະ​ສາດ​ໂລກ​ຂອງ​ສະ​​ຖາ​ບັນ​​ວິ​ທະ​ຍາ​ສາດ​ສັງ​ຄົມ​ຈີນ​ກ່າວ​ຢູ່​ນະ​ຄອນຫຼວງ​ຮາ​ໂນ້ຍ ສ​ສ ຫວຽດ​ນາມ​ວ່າ, ການ​ຢ້ຽມ​ຢາມ​ຄັ້ງ​ນີ້​ມີ​ຜົນ​ດີ​ຕໍ່​​ການ​ເຊື່ອມ​ຈອດ​ຍຸດ​ທະ​ສາດ​ພັດ​ທະ​ນາ​ແຫ່ງ​​ຊາດ​ຂອງ​ສອງ​ປະ​ເທດ, ຮ່ວມ​ກັນ​ຊຸກ​ຍູ້​ການ​ກໍ່​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ", ລົງ​ເລິກ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອ​ງ​ປະ​ເທດ​​ແລະໃຫ້​ມີ​ການ​ຂະ​ຫ​ຍາຍ​ຕົວ​ໃໝ່. ສອງ​ປະ​ເທດ​ຄວນ​ເບິ່ງ​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ​ໃນລະ​ດັບ​ສູງກວ່າ​ເກົ່າ​ແລະ​ມີ​ສາຍ​ຕາ​ທີ່ກວ້າງ​ຂວາງກວ່າ​ເກົ່າ, ໃນ​ຂະ​ບວນ​ການ​ຊຸກ​ຍູ້​ພັດ​ທະ​ນາ​ພາ​ລະ​ກິດ​ສັງ​ຄົມ​ນິ​ຍົມ​ທີ່​ສອດ​ຄ່ອງ​ກັບ​ສະ​ພາບ​​ຂອງ​ປະ​ເທດ​ຕົນ, ຮ່ຳ​ຮຽນ​ນຳ​ກັນ, ​ເພື່ອເຮັດ​ໃຫ້​ສາຍ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ຫວຽດ​ນາມ​ກາຍ​ເປັນ​ໂຕ​ແບບ​ຂອງ​ການ​ສ້າງ​ສາຍ​ພົວ​ພັນ​ສາ​ກົນ​ແບບ​ໃໝ່​ແລະ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ມວນ​ມະ​ນຸດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ