ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາສຳ​ເລັດ​ການ​ຢ້ຽມ​ຢາມ​ຈີນ
2017-11-10 15:42:38  cri 
ຕອນ​ເຊົ້າ​ວັນ​ທີ 10 ພະ​ຈິກ​ນີ້, ທ່ານ​ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ໄດ້​ສຳ​ເລັດການ​ຢ້ຽມ​ຢາມ​ຈີນ​ທາງ​ລັດ​ຖະ​ກິດ​ແລະ​ຂີ່​ເຮືອ​ບິນ​ພິ​ເສດ​ເດີນ​ທາງ​ອອກ​ຈາກ​ປັກ​ກິ່ງ.

ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ, ທ່ານ​ໂດ​ນັນ ທຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ໄດ້​​ເດີນ​ທາງຢ້ຽມ​ຢ​າມ​ປະ​ເທດ​ຈີນ​ແຕ່​ວັນ​ທີ 8 ຫາ 10 ພະ​ຈິກ​ນີ້. ໃນ​ໄລ​ຍະ​​ດັ່ງ​ກ່າວ, ຜູ້​ນຳ​ສອງ​ປະ​ເທດ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ຢ່າງ​ເລິກ​ເຊິ່ງ​ແລະ​ກົງ​ໄປ​ກົງ​ມາ​ກ່ຽວ​ກັບ​ບັນ​ຫາ​​ສຳ​ຄັນ​ໃນພາກ​ພື້ນ​ແລະ​ສາ​ກົນ​ທີ່​ສອງ​ຝ່າຍ​ສົນ​ໃຈ​ຮ່ວມ, ແລະ​ໄດ້​​ເປັນ​ເອ​ກະ​ພາບ​ຫຼາຍປະ​ການ​ກ່ຽວ​ກັບ​ການ​ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ໄລ​ຍະ, ການ​ພົບ​ປະ​ກັນ​ໄດ້​ຮັບ​ຜົນ​ທີ່​ສຳ​ຄັນ​ຢ່າງ​ຫຼວງ​ຫຼາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ