ທ່ານ​ສີ​ຈິ້ນ​ຜິ​ງຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມຜູ້​ນຳອົງການ​ຮ່ວມ​ມື​ເສດຖະກິດ​ອາຊີ-ປາຊີ​ຟິກ ​ແລະ​ຢ້ຽມຢາມ​ຫວຽດນາມ-ລາວ
2017-11-10 11:06:50  cri 
​ຕອນ​ເຊົ້າ​ວັນ​ທີ 10 ພະຈິກ​ນີ້, ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​​ເຈິ​ນ ດາຍ ກວາງ ປະທານ​ປະ​ເທດ​ຫວຽດນາມ, ທ່ານ​ສີ​ຈິ້ນຜິ​ງ ​ເລ​ຂາ​ທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ປະທານ​ປະ​ເທດ​ຈີນ​ຂີ່​​ເຮືອບິນ​ພິ​ເສດ​ຈາກ​ໄປ​ປັກ​ກິ່ງ​ເຖິງ​ນະຄອນ​ດາ​ນັງ​ຫວຽດນາມ ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ບໍ່​ເປັນ​ທາງ​ການ​ຂອງ​ຜູ້ນຳ​ອົງການ​ຮ່ວມ​ມື​ເສດຖະກິດ​ອາຊີ​ປາຊີ​ຟິກ ຫຼື​ອາ​ເປັກ​ຄັ້ງ​ທີ 25 ​ແລະໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ຫງວຽນຟູ​ຈອງ ​ເລຂາທິການ​ໃຫຍ່​ຄະນະ​ກຳມະການ​ສູນ​ກາງ​ພັກ​ກອມ​ມູນິດຫວຽດນາມ, ​​ທ່ານ​ເຈິ​ນ ດາຍ ກວາງ ປະທານ​ປະ​ເທດ​ຫວຽດນາມ, ທ່ານ​ບຸນຍັງ ວໍລະ​ຈິດ ​ເລຂາທິການ​ໃຫຍ່​​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ປະ​​​ທານ​ປະ​ເທດສປປ ລາວ, ທ່ານ​ສີ​ຈິ້ນ​ຜິ​ງ ​ເລ​ຂາ​ທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ປະທານ​ປະ​ເທດສປ ຈີນ​ຈະ​ຢ້ຽມຢາມ​ຫວຽດນາມ ​ແລະ​ລາວ​ທາງ​ລັດຖະ​ກິດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ