ທ່ານ​ສີ​ຈິ້ນ​ຜິງ​ພົບ​ປະ​ກັບປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ
2017-11-11 16:30:30  cri 

ວັນ​ທີ 10 ພະ​ຈິກ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານວ​ລາ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ຢູ່​ເມືອງ​ດ​າ​ນັງ ສ​ສ​ ຫວຽດ​ນາມ. ທ່ານ​ສີ​ຈິ້ນ​ຜິງ​ໄດ້​ແນະ​ນຳ​ສະ​ພາບ​ການ​ທີ່​ກ່ຽວ​ຂ້ອງ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນໃຫ້​ທ່ານ​ປູ​ຕິນ​ຮູ້ ໂດຍເນັ້ນ​ວ່າ​ເປົ້າ​ໝາຍ​ການ​ຕ່າງ​ປະ​ເທດ​ຂອງ​ຈີນ​ກໍ​ຄື​ ຊຸກ​ຍູ້​ແລະ​ສ້າງ​ການ​ພົວ​ພັນສາ​ກົນ​ແບບ​ໃໝ່​ທີ່​ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ, ສະ​ເໝີ​ພາບ​ ​ມີ​ຍຸດ​ຕິ​ທຳ, ຮ່ວມ​ມື​ກັນ​ ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ຂອງມວນ​ມະ​ນຸດ, ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ. ຈີນ​ຍິນ​ດີ​ຮ່ວມ​ກັບ​ຣັດ​ເຊຍ​ພະ​ຍາ​ຍາມແລະ​ເດັດ​ດ່ຽວ​ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ຂະ​ຫຍາຍ​ຕົວ​ກ້າວ​ໄປ​ໜ້າ​ໃນ​ລະ​ດັບ​ສູງ​, ຊຸກ​ຍູ້​ໃຫ້​ສອງ​ປະ​ເທດ​ມີ​ຄວາມ​ໝັ້ນ​ຄົງ​ແລະ​ພັດ​ທະ​ນາ​ໃຫ້​ດີກວ່າ​ເກົ່າ, ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ກໍ​ຄື​ຂອງ​ໂລກ​ດີກວ່າ​ເກົ່າ. ຈີນ​ຍິນ​ດີ​ຮ່ວມ​ກັບ​ຣັດ​ເຊຍ ເພີ່ມ​ທະ​ວີ​ການ​ແລ​ກ​ປ່ຽນ​ແລະ​ການ​ປະ​ສານ​ງານ​ໃນ​ອົງ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊີ​ປາ​ຊີ​ຟິກຫຼື APEC, ຊຸກ​ຍູ້​ການ​ສ້າງ​​ເຂດ​ການ​ຄ້າ​ເສ​ລີ​ອາ​ຊີ​ປາ​ຊີ​ຟິກ, ການ​ເຊື່ອມ​ຈອດ​ກັນ ແລະ ເລັ່ງ​ລັດ​​ສ້າງ​ໃຫ້​ເປັນເສດ​ຖະ​ກິດ​ແບບ​ເປີດກວ້າງ.


ທ່ານ​ປູ​ຕິນ​ຊົມ​ເຊີຍກອງ​ປ​ະ​ຊຸມ​ໃຫຍ່​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ​ທີ່​ໄດ້​ສິນ​ສຸດ​ລົງ​ດ້ວຍ​ຜົນ​ສຳ​ເລັດ​ອັນ​ຈົບ​ງາມ, ຣັດ​ເຊຍ​ຈະ​ຖື​ການ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ຣັດ​ເຊຍ-ຈີນ​ເປັນ​ທິດ​ທາງ​ບູ​ລິ​ມະ​ສິດ​ຂອງ​ນະ​ໂຍ​ບາຍ​ຕໍ່​ຕ່າງ​ປະ​ເທດ​​ຂອງ​ຕົນຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ. ຣັດ​ເຊຍ​ຍິນ​ດີ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ຈີນ​ໃນ​ວຽກ​ງານ​ສາ​ກົນ​ແລະ​ພາກ​ພື້ນ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ການ​ປະ​ສານ​ງານ​ໃນ​ອົງ​ການAPEC ແລະອົງ​ການຫຼາຍ​ຝ່າຍ​ອື່ນໆ, ຊຸກ​ຍູ້​ການ​ສ້າງ​ເຂດ​ການ​ຄ້າ​ເສ​ລີ​ອາ​ຊີ​ປາ​ຊີ​ຟິກ.

ທ່ານ​ສີ​ຈິ້ນ​ຜິງ​ແລະ​ທ່ານ​ປູ​ຕິນ​ຍັງ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ສະ​ຖາ​ນະ​ການ​ຢູ່​ແຫຼມ​ເກົາຫຼີແລະ​ບັນ​ຫາ​​ອື່ນໆ​ທີ່​ສົນ​ໃຈ​ຮ່ວມ​ກັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ