ວັນທີ 10 ພະຈິກນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານວລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍຢູ່ເມືອງດານັງ ສສ ຫວຽດນາມ. ທ່ານສີຈິ້ນຜິງໄດ້ແນະນຳສະພາບການທີ່ກ່ຽວຂ້ອງຂອງກອງປະຊຸມໃຫຍ່ຄັ້ງທີ 19 ຂອງພັກກອມມູນິດຈີນໃຫ້ທ່ານປູຕິນຮູ້ ໂດຍເນັ້ນວ່າເປົ້າໝາຍການຕ່າງປະເທດຂອງຈີນກໍຄື ຊຸກຍູ້ແລະສ້າງການພົວພັນສາກົນແບບໃໝ່ທີ່ເຄົາລົບເຊິ່ງກັນແລະກັນ, ສະເໝີພາບ ມີຍຸດຕິທຳ, ຮ່ວມມືກັນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດຂອງມວນມະນຸດ, ສ້າງປະຊາຄົມຮ່ວມຊາຕາກຳ. ຈີນຍິນດີຮ່ວມກັບຣັດເຊຍພະຍາຍາມແລະເດັດດ່ຽວຊຸກຍູ້ໃຫ້ການພົວພັນລະຫວ່າງສອງປະເທດຂະຫຍາຍຕົວກ້າວໄປໜ້າໃນລະດັບສູງ, ຊຸກຍູ້ໃຫ້ສອງປະເທດມີຄວາມໝັ້ນຄົງແລະພັດທະນາໃຫ້ດີກວ່າເກົ່າ, ຮັກສາສັນຕິພາບແລະສະຖຽນລະພາບຂອງພາກພື້ນກໍຄືຂອງໂລກດີກວ່າເກົ່າ. ຈີນຍິນດີຮ່ວມກັບຣັດເຊຍ ເພີ່ມທະວີການແລກປ່ຽນແລະການປະສານງານໃນອົງການຮ່ວມມືເສດຖະກິດອາຊີປາຊີຟິກຫຼື APEC, ຊຸກຍູ້ການສ້າງເຂດການຄ້າເສລີອາຊີປາຊີຟິກ, ການເຊື່ອມຈອດກັນ ແລະ ເລັ່ງລັດສ້າງໃຫ້ເປັນເສດຖະກິດແບບເປີດກວ້າງ.
ທ່ານປູຕິນຊົມເຊີຍກອງປະຊຸມໃຫຍ່ຄັ້ງທີ 19 ຂອງພັກກອມມູນິດຈີນທີ່ໄດ້ສິນສຸດລົງດ້ວຍຜົນສຳເລັດອັນຈົບງາມ, ຣັດເຊຍຈະຖືການຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຣັດເຊຍ-ຈີນເປັນທິດທາງບູລິມະສິດຂອງນະໂຍບາຍຕໍ່ຕ່າງປະເທດຂອງຕົນຢ່າງສະເໝີຕົ້ນສະເໝີປາຍ. ຣັດເຊຍຍິນດີເພີ່ມທະວີການຮ່ວມມືກັບຈີນໃນວຽກງານສາກົນແລະພາກພື້ນ, ເພີ່ມທະວີການແລກປ່ຽນແລະການປະສານງານໃນອົງການAPEC ແລະອົງການຫຼາຍຝ່າຍອື່ນໆ, ຊຸກຍູ້ການສ້າງເຂດການຄ້າເສລີອາຊີປາຊີຟິກ.
ທ່ານສີຈິ້ນຜິງແລະທ່ານປູຕິນຍັງໄດ້ແລກປ່ຽນຄວາມເຫັນຢ່າງເລິກເຊິ່ງກ່ຽວກັບສະຖານະການຢູ່ແຫຼມເກົາຫຼີແລະບັນຫາອື່ນໆທີ່ສົນໃຈຮ່ວມກັນ.