ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກກອມ​ມູ​ນິດ​ຈີນ-ຫວຽດ​ນາມ​ເນັ້ນ​ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ແຕກດອກ​ອອກ​ຜົນ​ຍິ່ງໆ​ຂຶ້ນ
2017-11-13 10:45:28  cri 

ວັນ​ທີ 12 ພະ​ຈິກ​ນີ້​ຢູ່​​ຫ້ອງວ່າ​ການສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມນະ​ຄອນ​ຫຼວງ​ຮ່າ​ໂນ້ຍ​​ສ​ສ​ ຫວຽດ​ນາມ, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູ​ນ​ກາ​ງ​ພັກ​ກອມ​ມູ​ນິດ​ຈີນ,ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ຫງວຽນ​ຟູ​ຈອງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກກອມ​ມູ​ນິດຫວຽດ​ນາມ​ໂດຍ​ສອງ​ຝ່າຍ​ໄດ້​ຕີ​ລາ​ຄ​າ​ສູງ​ຕໍ່​ຜົນ​ສຳ​ເລັດ​ແຫ່ງ​ການ​ພັດ​ທະ​ນາ​ຂອງ​ແຕ່​ລະ​ປະ​ເທດ ທັງ​ເປັນ​ເອ​ກະ​ພາບ​ກັນ​ເຫັນ​ດີ​ສືບ​ທອດ,ປົກ​ປັກ​ຮັກ​ສາ​ແລະ​ເຊີດ​ຊູ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ລະ​ຫວ່າງ​ຈີນ-ຫວຽດ​ນາມ​ໃຫ້​ມີ​ປະ​ສິດ​ທິ​ຜົນ,ຍຶດ​ໝັ້ນ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ເປັນ​ມິດ​ຕໍ່​ກັນ,​ພັດ​ທະ​ນາ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ນັບ​ມື້​ນັບ​ດີ​ຂຶ້ນ ເພື່ອ​ນຳ​ເອົາ​ຜົນ​ປະ​ໂຫຍດ​ຕົວ​ຈິງ​ມາ​ໃຫ້​ສອງ​ປະ​ເທດ​ແລະ​ປະ​ຊາ​ຊົນ​ສອງ​ຊາດ​ໃຫ້ຫຼາຍ​ຂຶ້ນ​ຕື່ມ.

ທ່າມ​ກາງ​ການ​ບັນ​ເລງ​ສຽງ​ເພງ​ຊາດ​ຈີນ-ຫວຽດ​ນາມ,ສຽງ​ປືນສັນ​ລະ​ເສີນ 21 ສຽງ, ​ເຍົາ​ວະ​ຊົນ​ຢືນ​ແກວ່ງ​ທຸງ​ຊາດສອງ​ປະ​ເທດ, ກອງ​​ດຸ​ລິ​ຍາງ​ກ່າວ​ສະ​ດຸດ​ດີ​ເປັນ​ພາ​ສາ​ຫວຽດ​ນາມ​ດ້ວຍ​ສຽງ​ທີ່​ມີ​ພະ​ລັງວ່າ "ຂໍ​ອວຍ​ພອນ​ໃຫ້​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຈົ່ງ​ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ", ທ່ານ​ຫງວຽນ​ຟູ​ຈອງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ໄດ້​ຈັດ​ພິ​ທີ​ຕ້ອນ​ຮັບທ່ານ​ສີ​ຈິ້ນ​ຜິງ​ຢ່າງ​​ສົມ​ກຽດ​ແລະຍິ່ງ​ໃຫຍ່. ທ່ານ​ຫງວຽນ​ຟູ​ຈອງ​ຢືນ​ຢັນ​ວ່າ:

"ພວກ​ຂ້າ​ພະ​ເຈົ້າ​ມີ​ຄວ​າມ​ປິ​ຕິ​ຊົມ​ຊື່ນ​ທັງ​ຊົມ​ເຊີຍກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນທີ່​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ,ຊົມ​ເຊີຍ​ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລ​ຂາ​ທິ​ການ​ໃຫ​ຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ອີກ​ສະ​ໄໝ​ໜຶ່ງແລະ​ໄດ້​ຮັບ​ມອບ​ໝາຍ​ເປັນ​ແກນ​ນຳ​ຂອງ​ພັກ.ພວກ​ຂ້າ​ພະ​ເຈົ້າ​ຕີ​​ຍາ​ຄາ​ສູງ​ຕໍ່​ສະ​ຫາຍ​ສີ​ຈິ້ນ​ຜິງ​ທີ່​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ອາ​ເປັກ​ແລະ​ຢ້ຽມ​ຢາມ​ຫວຽດ​ນາມ​ທາງ​ລັດ​ຖະ​ກິດ ເຊິ່ງ​ຫວຽດ​ນາມ​ເປັນ​ປະ​ເທດ​ທຳ​ອິດ​ທີ່​ສະ​ຫາຍ​ສີ​ຈິ້ນ​ຜິງ​ເດີນ​ທາງ​ຢ້ຽມ​ຢາມ​ຕ່າງ​ປະ​ເທດ​ຫຼັງ​ກ​ອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ ​ເຊິ່ງ​ເປັນ​ການສ່ອງ​ແສງ​ໃຫ້​ເຫັນ​ຢ່າງ​ເຕັມ​ສ່ວນ​ວ່າ:ພັກ-ລັດ​ຈີນ​ກໍ​ຄື​ສະ​ຫ​າຍ​ສີ​ຈິ້ນ​ຜິງ​ເອງ​ທີ່​ໃຫ້​ຄວາມ​ສຳ​ຄັນ​ຕໍ່​ການ​ປັບ​ປຸງ​ແລະ​ສົ່ງ​ເສີມ​ສາຍ​ພົວ​ພັນ​ຫວຽດ​ນາມ-ຈີນ. ພັກ-ລັດ​ແລະ​ປະ​ຊາ​ຊົນ​ຫວຽດ​ນາມ​ໃຫ້​ຄວາມ​ສຳ​ຄັນເປັນ​ພິ​ເສດ​ຕໍ່​ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຂອງ​ສະ​ຫາຍ​ສີ​ຈິ້ນ​ຜິງ​ເທື່ອ​ນີ້​ໂດຍ​ຖື​ເປັນ​ນິ​ມິດ​ໝາຍ​ທີ່​ສຳ​ຄັນ ແລະ​ເປັນ​ການ​ເປີດ​ໄລ​ຍະ​ໃໝ່​ແຫ່ງ​ການ​ພົວ​ພັນ​ສອງ​ພັກ-ສອງ​ລັດ."

ທ່ານ​ສີ​ຈິ້ນ​ຜິງ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຜົນ​ສຳ​ເລັດ​ອັນ​ຍິ່ງ​ໃຫຍ່​ທີ່​ຫວຽດ​ນາມ​ຍາດ​ມາ​ໄດ້​ໃນ​​ການກໍ່​ສ້າງ​ດ້ານ​ຕ່າງໆ​ໃນ​ໄລ​ຍະ​ການ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ປ່ຽນ​ແປງ​ໃໝ່​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກເປັນ​ເວ​ລາ 30 ກວ່າ​ປີ​ຜ່ານ​ມາ, ທ່ານ​ກ່າວ​ວ່າ:

"ຂ້າ​ພະ​ເຈົ້າ​ດີ​ໃຈ​ເປັນ​ຢ່າງ​ຍິ່ງ​ທີ່​ຢ້ຽມ​ຢາມ​ຫວຽດ​ນາມ​ທາງ​ລັດ​ຖະ​ກິດ​ຕາມ​ຄຳ​ເຊີນ​ຂອງ​ສະ​ຫາຍ​ເລ​ຂາ​ທິ​ການ​ໃຫຍ່​ຫງວຽນ​ຟູ​ຈອງ​ແລະ​ສະ​ຫາຍ​ປະ​ທານ​ເຈິນ​ດາຍກວາງ. ຂ້າ​ພະ​ເຈົ້າ​ມາ​ຢ້ຽມ​ຢາມ​ຫວຽດ​ນາມ​ອີກ​ຄັ້ງ​ໃໝ່​ໃນ​ຮອບ 2 ປີ​ຜ່ານ​ມາ ແລະ​ໄດ້​ຮູ້​ສຶກ​ເຖິງ​ມິດ​ຕະ​ພາບ​ອັນ​ເລິກ​ເຊິ່ງ​ຈາກ​ພັກ-ລັດ​ແລະ​ປະ​ຊາ​ຊົນ​ຫວຽດ​ນາມ, ຂໍ​ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ຈິງ​ໃຈ​ຕໍ່​ຫວຽດ​ນາມ​ທີ່​ໃຫ້​ການ​ຕ້ອນ​ຮັບ​ຢ່າງ​ອົບ​ອຸ່ນ​ແລະ​ມີ​ມິດ​ໄມ​ຕີ. ຕະຫຼອດ​ໄລ​ຍະ 30 ກວ່າ​ປີ​ທີ່​ຫວຽດ​ນາມ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ປ່ຽນ​ແປງ​ໃໝ່​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ມາ​ນີ້,​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ໄດ້​ນຳ​ພາ​ປະ​ຊາ​ຊົນ​ຫວຽດ​ນາມ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ຕ່າງໆ,ບຸກ​ໜ້າ​ບືນ​ຕົວ​ແລະ​ຄົ້ນ​ຄວ້າ​ເສັ້ນ​ທາງ​ພັດ​ທະ​ນາ​ທີ່​ສອດ​ຄ່ອງ​ກັບ​ສະ​ພາບ​ຕົວ​ຈິງ​ຂອງ​ປະ​ເທດ​ຕົນ​ຢ່າງ​ບໍ່​ລົດ​ລະ​ໂດຍ​ສາ​ມາດ​ຍາດ​ໄດ້​ຜົນ​ສຳ​ເລັດ​ຢ່າງ​ໃຫຍ່ຫຼວງ​ໃນ​ການ​ກໍ່​ສ້າງ​ດ້ານ​ຕ່າງໆ, ພວກ​ຂ້າ​ພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຢ່າງ​ສຸດ​ໃຈ. "

ໂອ​ກາດ​ພົບ​ປະ​ເຈ​ລະ​ຈາ​ກັນ, ທ່ານ​ສີ​ຈິ້ນ​ຜິງ​ແລະ​ທ່ານ​ຫງວຽນ​ຟູ​ຈອງ​ໄດ້​ບັນ​ລຸ​ຄວາມ​ເປັນ​ເອ​ກະ​ພາບ​​ລົງ​ເລິກ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ຈີນ-ຫວຽດ​ນາມ​ໃນ​ສະ​ພາບການ​ໃໝ່​ໂດຍ​ເປັນ​ເອ​ກະ​ພາບ​ກັນ​ວ່າ ຈີນ-ຫວຽດ​ນາມ​ຄວນ​ຖອດ​ຖອນ​ບົດ​ຮຽນ​ນຳ​ກັນ, ພັດ​ທະ​ນາ​ຮ່ວມ​ກັນ, ເຮັດ​ໃຫ້​ພາ​ລະ​ກິດ​ສ້າງ​ສາ​ສັງ​ຄົມ​ນິ​ຍົມ​ຂອງ​ແຕ່​ລະ​ປະ​ເທດ​ມີ​ຊີ​ວິດ​ຊີ​ວາຫຼາຍ​ຂຶ້ນ, ສົ່ງ​ເສີມ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ຈີນ-ຫວຽດ​ນາມ​ໃຫ້​ສືບ​ຕໍ່​ຂະ​ຫຍາຍ​ຕົວ​ໄປ​ໜ້າ​ຢ່າງ​ປອດ​ໃສ​ແລະ​ໝັ້ນ​ທ່ຽງ ເພື່ອ​ປະ​ກອບ​ສ່ວນ​​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ສົ່ງ​ເສີມ​ສັນ​ຕິ​ພາບ,ສະ​ຖຽນ​ລະ​ພາບ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ.

ຫຼັງ​ພົບ​ປະ​ເຈ​ລະ​ຈາ, ຜູ້​ນຳ​ສອງ​ປະ​ເທດ​ຍັງ​ໄດ້​ຮ່ວມ​ກັນ​ເປັນ​ສັກ​ຂີ​ພິ​ຍານ​​ໃນ​ພິ​ທີ​ລົງ​ນາມ​ ບົດ​ບັນ​ທຶກ​ການ​ຮ່ວມ​ມື​ວ່າ​ດ້ວຍ​ຮ່ວມ​ກັນ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"​ແລະ "ສອງ​ແລວ​ທາງ​ເສດ​ຖະ​ກິດ​ແລະ​ໜຶ່ງວົງ​ເສດ​ຖະ​ກິດ" ​ກໍ​ຄືເອ​ກະ​ສານ​ຮ່ວມ​ມືໃນ​ຂົງ​ເຂດ​ຕ່າງໆ​ເປັນ​ຕົ້ນ ການ​ເພີ່ມ​ຂີດ​ຄວາມ​ສາ​ມາດ​ການ​ຜະ​ລິດ, ພະ​ລັງ​ງານ, ເຂດ​ຮ່ວ​ມ​ມື​ເສດ​ຖະ​ກິດ​ຂ້າມ​ຊາດ, ການ​ຄ້​າ​ເອ​ເລັກ​ໂຕ​ຣ​ນິກ,ຊັບ​ພະ​ຍາ​ກອນ​ມະ​ນຸດ,ເສດ​ຖະ​ກິດ​ການ​ຄ້າ,ການ​ທະ​ນາ​ຄານ, ວັດ​ທະ​ນະ​ທຳ, ສາ​ທາ​ລະ​ນະ​ສຸກ,ສື່ມວນ​ຊົນ,ວິ​ທະ​ຍາ​ສາດ​ສັງ​ຄົມ,ການ​ປ້ອງ​ກັນ​ຊາຍ​ແດນ​ແລະ​ອື່ນໆ.

ໃນ​ຕອນ​ຄ່ຳ​ວັນ​ດຽວ​ກັນ, ທ່ານ​ສີ​ຈິ້ນ​ຜິງ​ຍັງ​ໄດ້​ເຂົ້າ​ຮ່ວມ​ງານ​ລ້ຽງ​ຕ້ອນ​ຮັບ​ທີ່​ທ່ານຫງວຽນ​ຟູ​ຈອງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາ​ງ​ພັກ​ກອມ​ມູ​ດ​​ຫວຽດ​ນາມແລະ​ທ່ານ​ເຈິນ​ດາຍກວາງ ປະ​ທານ​ປະ​ເທດ​ຫວຽດ​ນາມ​ຮ່ວມ​ກັນ​ຈັດ​ຂຶ້ນ​ຢ່າ​ງ​ສົມ​ກຽດ​ ແລະ​ໂອ​ກາດ​ປາ​ໄສ​ໃນ​ງານ​ລ້ຽງ​ດັ່ງ​ກ່າວ, ທ່ານ​ສີ​ຈິ້ນ​ຜິງໄດ້​ກ່າວ​ເນັ້ນ​ອີກ​ເທື່ອ​ໜຶ່ງ​​ກ່ຽວ​ກັບ​ທິດ​ທາງ​​ສ້າງ​ຄວາມກ້າວ​ໜ້າ​​ຕໍ່​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ໄລ​ຍະ​ໃໝ່.

1  2  3  4  5  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ