ອະ​ດີດ​ເຈົ້າ​ໜ້າ​ທີ່​ທະ​ຫານ​ຟີ​ລິບ​ປິນໝັ້ນ​ໃຈ​ອາ​ຊຽນ​ແລະ​ຈີນ​ມີ​ຄວາມ​ສາ​ມາດ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ທະ​ເລ​ຈີນ​ໃຕ້​ດ້ວຍຕົນ​ເອງ
2017-11-14 15:31:13  cri 
​ຕອນ​ບ່າຍ​ວັນ​ທີ 13 ພະ​ຈິກ​ນີ້, ​ໃນກອງ​ປະ​ຊຸມ​ສຸດຍອດ​ຈີນ-ອາ​ຊຽນ​ຄັ້ງ​ທີ 20 ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ມະ​ນີ​ລາ​ປະ​ເທດ​ຟີ​ລິບ​ປິນ, ຈີນ​ແລະອາ​ຊຽນ​ໄດ້​ປະ​ກາດ​ເລີ່ມ​ຕົ້ນ​ການ​ຫາ​ລື​ເນື້ອ​ໃນ​ລະ​ອຽດ​ຂອງ​ກົດ​ແຫ່ງ​ການ​ປ​ະ​ພຶດ​ໃນ​ທະ​ເລ​ຈີນ​ໃຕ້. ຕໍ່ບັນ​ຫາ​ນີ້, ທ່ານ​ວິກ​ໂຕ​ໂຄ​ເປີ​ສ ອະ​ດີດ​ເຈົ້າ​ໜ້າ​ທີ່​ສືບ​ຂ່າວ​ລັບ​ກອງ​ທັບ​ຟີ​ລິບ​ປິນ, ​ອະ​ດີດນາຍ​ພົນ​ໃນກອງ​ທະ​ຫານ​ຟີ​ລິບ​ປິນ​ໄດ້​ຢືນ​ຢັນ​ໃນ​ໂອ​ກາດໃຫ້​ສຳ ພາດ​ຕໍ່​ນັກ​ຂ່າວ​ວ່າ: ການ​ທີ່​ອາ​ຊຽນ-ຈີນ​ເລີ່ມ​ຫາ​ລື​ເນື້ອ​ໃນ​ລະ​ອຽດ​ຂອງ​ກົດ​ແຫ່ງ​ການ​ປ​ະ​ພຶດ​ໃນ​ທະ​ເລ​ຈີນ​ໃຕ້​ສະ​ແດງ​ໃຫ້​ເຫັນ​ວ່າ ​ອາ​ຊຽນ​ແລະ​ຈີນ​ມີ​ຄວາມ​ສາ​ມາດ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສ​ະ​ຖຽນ​ລະ​ພາບ​ຂອງ​ທະ​ເລ​ຈີນ​ໃຕ້​​ດ້ວຍ​ຕົນ​ເອງ.

ທ່ານ​ໂຄ​ເປີ​ສ​ເຫັນ​ວ່າ: ​ໜຶ່ງ​ປີກວ່າ​ຜ່ານ​ມາ,ສະ​ຖາ​ນະ​ການ​ຢູ່​ທະ​ເລ​ຈີນ​ໃຕ້​ໄດ້​ມີ​ທ່ວງທ່າ​ດີ​ຂຶ້ນ​ຢ່າງ​ພົ້ນ​ເດັ່ນ ເຊິ່ງ​ມີຫຼາຍ​ສາ​ເຫດ​ເປັ​ນ​ຕົ້ນ ລັດ​ຖະ​ບານ​ຟີ​ລິບ​ປິນ​ຊຸດ​ປັດ​ຈຸ​ບັນ​ໄດ້​ຫັນ​ປ່ຽນ​ນະ​ໂຍ​ບາຍ​ໂດຍ​ໄດ້​ປະ​ຕິ​ບັດ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ທີ່​ເປັນ​ເອ​ກະ​ລາດ​ແລະ​ເປັນ​ເຈົ້າ​ຕົນ​ເອງຫຼັງ​ທ່ານ​ໂຣດ​ຣີ​ໂກ ດູ​ເຕີ​ເຕ​ຂຶ້ນ​ດຳ​ລົງ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ;ອີກ​ດ້ານ​ໜຶ່ງ​ຈີນ​ຍຶດ​ໝັ້ນຫຼັກ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຈີນ​ໃຕ້​ດ້ວຍ​ການ​ປຶກ​ສາ​ຫາ​ລື​ແລະ​ເຈ​ລະ​ຈາ​ ​ສອງ​ຝ່າຍ ແລະ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ທະ​ເລ​ຈີນ​ໃຕ້.ຫຼັງ​ສາຍ​ພົວ​ພັນ​ຟີ​ລິບ​ປິນ-ຈີນ​ໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ດີ​ຂຶ້ນ, ສະ​ຖາ​ນະ​ການ​ຢູ່​ທະ​ເລ​ຈີນ​ໃຕ້​ກໍ​ໄດ້​ມີ​ທ່າ​ອ່ຽງ​ແຫ່ງ​ການ​ມີ​ສະ​ຖຽນ​ລະ​ພາບ​​ທັນ​ທີ.

ທ່ານ​ໂຄ​ເປີ​ສ ກ່າວ​ເນັ້ນ​ວ່າ: ເກືອບ 1 ປີ​ຜ່ານ​ມາ, ອາ​ຊຽນ​ແລະ​ຈີນ​ໄດ້​ຮັບ​ຄວາມ​ຄືບ​ໜ້າຫຼາຍ​ຢ່າງ​ໃນ​ການ​ແກ້​ໄຂ​ບັນ​ຫາ​ທະ​ເລ​ຈີນ​ໃຕ້ ຕົວ​ຢ່າງ, ບັນ​ລຸ​ຂອບ​ກົດ​ແຫ່ງ​ການ​ປ​ພຶດ​ໃນ​ທະ​ເລ​ຈີນ​ໃຕ້, ເປີດ​ນຳ​ໃຊ້​ໂທ​ລະ​ສັບ​ສາຍ​ດ່ວນ​ລະ​ຫວ່າງ​ເຈົ້າ​ໜ້າ​ທີ່​ການ​ທູດ​ຂັ້ນ​ສູງ​ເພື່ອ​ຮັບ​ມື​ກັບ​ສະ​ພາ​ວະ​ສຸກ​ເສີນ​ທາງ​ທະ​ເລ, ຈັດ​ການ​ຝຶກ​ຊ້ອມ​ຮ່ວມ​ກັນ​ຄົ້ນ​ຫາ​ແລະ​ຊ່ວຍ​ເຫຼືອ​ທາງ​ທະ​ເລ. ຜົນ​ສຳ​ເລັດ​ເຫຼົ່າ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ ອາ​ຊຽນ​ແລະ​ຈີນ​ມີ​ຄວາມ​ສາ​ມາດ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ທະ​ເລ​ຈີນ​ໃຕ້​​ດ້ວຍຕົນ​ເອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ