ວົງ​ການ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຈີນ-ສິງ​ກະ​ໂປ​ຫາລື​ກ່ຽວ​ກັບ​ໂອ​ກາດ​ການ​ຄ້າ​ຈາກ​​ຂໍ້ລິ​ເລີ່ມ"ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"
2017-11-14 15:06:40  cri 
ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່​ວມມື​ດ້ານ​ການ​ລົງ​ທຶນ​ແລະ​ເສດ​ຖະ​ກິດ​ການ​ຄ້າ​ຈີນ-ສິງ​ກະ​ໂປ​ທີ່ສະ​ມາ​ຄົມ​ຮ່ວມ​ອຸດ​ສາ​ຫະ​ກຳ​​ການ​ຄ້າສິງ​ກະ​ໂປ​ແລະ​ຄະ​ນະ​ກຳ​ມະ​ການ​ສົ່ງ​ເສີມ​ການ​ຄ້າ​ສາ​ກົນ​ຈີນ​ເປັນ​ເຈົ້າ​ພາບ​ຮ່ວມ​ໄດ້​ຈັດ​ຂຶ້ນ​ຢູ່​ສິງ​ກະ​ໂປໃນວັນ​ທີ 13 ພະ​ຈິກ​ນີ້ ໂດຍ​ນັກ​ທຸ​ລະ​ກິດ​ສິງ​ກະ​ໂປ​ແລະ​ຈີນ 200 ກວ່າ​ທ່ານ​ໄດ້​ຄົ້ນ​ຄວ້າ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ໂອ​ກາດ​ການ​ຄ້າ​ຈາກ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ".

ທ່ານ ຈ່ຽງ​ເຈີ່ງ​ເຫວີຍ ປະ​ທານ​​ສະ​ມາ​ຄົມ​ສົ່ງ​ເສີມ​ການ​ຄ້າ​ຈີນ​ກ່າວວ່າ: ສິງ​ກະ​ໂປ​ແມ່ນ​ສູນ​ການ​ຄ້າ​ສາ​ກົນ,ສູນ​ການ​ເດີນ​ເຮືອ​ແລະ​ສູນ​ການ​ຄ້າ​ທີ່​ສຳ​ຄັນ​ຂອງ​ອາ​ຊີ​ປາ​ຊີ​ຟິກ,ແມ່ນ​ເວ​ທີ​ແ​ລະ​ເປັນ​ໂອ​ກາດທີ່​ສຳ​ຄັນ​ໃນ​ການ​ສ້າງ"ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ",ເຊິ່ງ​ທັງສອງ​ຝ່າຍ​ສາ​ມາດ​ບັນ​ລຸ​ການ​ຊ່ວ​ຍ​ຊູ​ຍູ້​ໜູນ​ກັນ​ດ້ານ​ທ່າ​ແຮງ​ໄດ້​ແລະ​ສ້າງ​ຮູບ​ແບບ​ແຫ່ງ​ການ​ຮ່ວມ​ມື​ໃໝ່.

ທ່ານ​ນາງ ເລົ່າ​ເຢັນ​ລິງ ຮອງ​ລັດ​ຖະ​ມົນ​ຕີ​ທີ່​ຊີ້​ນຳ​ວຽກ​ງານ​​ການ​ເມືອງລະ​ດັບ​ສູງ​ຂອງກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ແລະ​ກະ​ຊວງ​ສຶກ​ສາ​ທິ​ການ​ສິງ​ກະ​ໂປ​ກ່າວ​ ວ່າ: ສິງ​ກະ​ໂປ​ແລະ​ຈີນ​ໄດ້​ຢືນ​ຢັນ​ຂໍ້​ລິ​ເລີ່ມ"ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"​ເປັນ​ຈຸດ​ສຸມ​ໃໝ່ຂອງ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ ແລະ​ໄດ້​ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ທີ່​ກ່ຽວ​ຂ້ອງ ແລະຫວັງ​ວ່າ​ວິ​ສາ​ຫະ​ກິດ​ຂອງ​ສອງ​ປະ​ເທດ​ຈະພ້ອມ​ກັນ​ກຳ​ໂອ​ກາດ​ການ​ຄ້າ​ຈາກ​ຂໍ​ລິ​ເລີ່ມ​ດັ່ງ​ກ່າວ ເພື່ອຮ່ວມ​ມື​ພັດ​ທະ​ນາ​ຕະ​ຫຼາດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ທີ່​ເປັນ​ຕະ​ຫຼາດ​ໃຫຍ່​ແລະ​ທີ່​ຫຼາຍ​ເຄົ້າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ