ກຳ​ປູ​ເຈຍ​ຈະ​ຊຸກ​ຍູ້​ການໃຊ້​ເງິນຣຽວ​ຢູ່​ເຂດ​ຊາຍ​ແດນ
2017-11-14 15:07:43  cri 
ຫວ່າງມໍ່ໆ​ມາ​ນີ້, ທ່ານ​ນາງ ຊີ​ຊີ​ເຣຍ ຫົວ​ໜ້າ​ກົມ​ທະ​ນາ​ຄານ​ກາງ​ຂອງ​ທະ​ນາ​ຄານ​ແຫ່ງ​ຊາດ​ກຳ​ປູ​ເຈຍ​ກ່າວ​ວ່າ: ຈະ​ຊຸກ​ຍູ້​ກາ​ນ​ຊຳ​ລະ​ສະ​ສາງ​ດ້ວຍ​ເງິນ​ຣຽວ​ຢູ່​ເຂດ​ຊາຍ​ແດນ​ລະຫວ່າງ​ປະ​ເທດ​ຕົນ​​ກັບ​ໄທ​ແລະ​ຫວຽດ​ນາມ.

ທ່ານ​ນາ​ງ ຊີ​ຊີ​ເຣຍ ກ່າວ​ວ່າ: ປັດ​ຈຸ​ບັນ,ຢູ່​ເຂດ​ຊາຍ​ແດນ​ລະ​ຫວ່າງ​ໄທ​ກັບ​ຫວຽດ​ນາມ, ພໍ່​ຄ້າ​ຊາວ​ຂາຍແລະ​ປະ​ຊາ​ຊົນ​ສ່ວນ​ຫຼາຍ​ໃຊ້​ເງິນ​ບາດ​ຫຼື​ເງິນ​ດົງ ໂດຍຖື​ເບົາ​ເງິນ​ຣຽວ​ຂອງ​ປະ​ເທດ​ຕົນ. ແນວ​ໃດ​ກໍ​ດີ ​ຫວັງ​ວ່າ​ປະ​ຊາ​ຊົນ​ຢູ່​ເຂດ​ດັ່ງ​ກ່າວຈະຊຳ​ລະ​ສະ​ສາງ​ດ້ວຍ​ເງິນ​ຣຽວຫຼາຍ​ຂຶ້ນ.

ປັດ​ຈຸ​ບັນ,ການຊື້ຂາຍ​​ມັນ​ຕົ້ນ​ລະ​ຫວ່າງ​ກຳ​ປູ​ເຈຍ​ແລະ​ໄທ​ຄິດ​ໄລ່​ເປັນ​ເງິນ​ບາດ​ແລະ​ຖ້າ​ຕໍ່​ໜ້າ​ຫັນ​ມາ​ໃຊ້​ເງິນ​ຣຽວ, ພໍ່​ຄ້າ​ຊາວ​ຂາຍ​ກຳ​ປູ​ເຈຍ​ກໍ​ສາ​ມາດ​ຫຼີກຄວາມ​ສ່ຽງ​ດ້ານ​ອັດ​ຕາ​ແລກ​ປ່ຽນ​ໄດ້. ຂະ​ນະ​ດຽວ​ກັນ​ກໍ​ສາ​ມາດ​ຊ່ວຍ​ເພີ່ມການ​ໃຊ້​ເງິນ​ຣຽວ​ໄດ້​ເປັນ​ຢ່າງ​ດີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ