ທ່ານ​ສີ​ຈິ້ນ​ຜິງແລະ​ທ່ານ​ບຸນ​ຍັງ ວໍ​ລະ​ຈິດ​ເຂົ້າ​ຮ່ວມ​ພິ​ທີ​ວາງ​ສີ​ລາ​ຈາ​ລຶກ​​ກໍ່​ສ້າງ​ໂຮງ​ໝໍ​ມະ​ໂຫ​ສົດ
2017-11-14 15:11:49  cri 
ວັນ​ທີ 14 ພະ​ຈິກ​ນີ້, ສະ​ຫາຍສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ​ແລະ​ສະ​ຫາຍ​ບຸນ​ຍັງ ວໍ​ລະ​ຈິດ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ປະ​ທານ​ປະ​ເທດ​ລາວໄດ້​​ເຂົ້າ​ຮ່ວມ​ພິ​ທີ​ວາງ​ສີ​ລະ​ຈາ​ລຶກກໍ່​ສ້າງ​ໂຮງ​ໝໍ​ມະ​ໂຫ​ສົດຢູ່​ນະ​ຄອນ​ຫຼວງວຽງ​ຈັນ ສ​ປ​ປ ລາວ.

ຫຼັງ​ຈາກ​ນັ້ນ, ​ສະ​ຫາຍ​ສີ​ຈິ້ນ​ຜິງ ​ແລະ​ສະ​ຫາຍ​ບຸນ​ຍັງ ວໍ​ລະ​ຈິດ​ໄດ້​ເດີນ​ທາງໄປ​​ຢ້ຽມ​ຢາມ​ຖາມ​ຂ່າວ​ແລະ​ພົບ​ປະ​ກັບ​ພະ​ນັກ​ງານ​​ແພດ​ຈີນ​ທີ່​ໄປ​ຊ່ວຍ​ເຫຼືອ​​ລາວ​ແລະ​ໄດ້​ຖ່າຍ​ຮູບເປັນ​ທີ່​ລະ​ນຶກ​ຮ່ວມ​ກັນ. ​ໂອ​ກາດ​ດັ່ງ​ກ່າວສະ​ຫາຍ​ສີ​ຈິ້ນ​ຜິງ ​ໄດ້​ຊົມ​ເຊີຍພະ​ນັກ​ງານ​ແພດ​ຈີນ​ໃນ​ຖາ​ນະ​ເປັນ​ທູດ​ແສງ​ສະ​ຫວ່າງ​ແລະ​ມິດ​ຕະ​ພາບ, ເຊິ່ງບໍ່​ພຽງ​ແຕ່ມອບ​​ແສງ​ສະ​ຫວ່າງ​ໃຫ້​ແກ່​ຄົນ​ເຈັບເທົ່າ​ນັ້ນ, ຍັງ​ໄດ້​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ໃຫ້​ແກ່​ນ້ຳ​ໃຈ​ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ, ​ທັງ​ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ສາ​ກົນ​ໃນ​ຍຸກ​ປັດ​ຈຸ​ບັນ.

ສະ​ຫາຍ​ສີ​ຈິ້ນ​ຜິງ ຊີ້​ໃຫ້​ເຫັນ​ວ່າ, ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ແລະລາວ​ຄວນ​ສຸມ​ໃສ່​ບັນ​ຫາ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ຫຼາຍກວ່າ​ເກົ່າ, ​ເພື່ອເຮັດ​ໃຫ້​ປະ​ຊາ​ຊົນ​ລາວ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຫຼາຍກວ່າ​ເກົ່າ.
ມື້​ດຽວ​ກັນ, ສະ​ຫາຍ​ສີ​ຈິ້ນ​ຜິງ ຍັງ​ໄດ້​ເດີນ​ທາງ​ໄປ​ວາງພວງ​ມະ​ລາ​​ຢູ່​ອະ​ນຸ​ສາ​ວະ​ລີ​ນັກ​ຮົບ​ນິ​ລະ​ນາມ​​ຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ