ຈີນ​ແລະ​ອິນ​ໂດ​ເນ​ເຊຍ​ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ພະ​ລັງ​ງານ
2017-11-14 15:16:45  cri 
ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ພະ​ລັງ​ງານຈີນ-ອິນ​ໂດ​ເນ​ເຊຍ​ຄັ້ງ​ທີ 5 ​ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ຈາ​ກາ​ຕາ​ປະ​ເທດ​ອິນ​ໂດ​ເນ​ເຊຍ​ໃນ​ວັນ​ທີ 13 ພະ​ຈິກ​ນີ້, ແລະ​ຫຼັງ​ກອງ​ປະ​ຊຸມສອງ​ຝ່າຍ​ໄດ້​ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ພະ​ລັງ​ງານ.

ທ່ານ​ນູ​ເອີ ປາຍ​ເຄີ​ລີ ຮອງ​ປະ​ທານຄະ​ນະ​ກຳ​ມະ​ການ​ພັດ​ທະ​​ນາ​ແລະ​ການ​ປະ​ຕິ​ຮູບ​ແຫ່ງ​ລັດທັງ​ເປັນ​ຫົວ​ໜ້າ​​ອົງ​ການ​ພະ​ລັງ​ງານ​ແຫ່ງ​ຊາດ​ຈີນແລະ​ທ່ານ​ອິກ​ນະ​ຊິວ​ສ ໂຈ​ນັນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ພະ​ລັງ​ງານ​ແລະ​ບໍ່​ແຮ່​ອິນ​ໂດ​ເນ​ເຊຍ​​ເປັນ​ປະ​ທານຮ່ວມກອງ​ປະ​ຊຸມ​ດັ່ງ​ກ່າວ.

ທ່ານ​ໂຈ​ນັນ ກ່າວ​ວ່າ, ປະ​ເທດ​ຕົນຍິນ​ດີ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ຈີນ​ຢ່າງ​ຮອບ​ດ້ານ​ໃນ​​ນີ້​ກໍ​ມີດ້ານ​ພະ​ລັງ​ງານ​ໂດ​ຍ​ຢູ່​ພາຍ​ໃຕ້​ຂອບ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ". ​ທັງ​ຍິນ​ດີ​ສະ​ໜັບ​ສະ​ໜູນ​ວິ​ສາ​ຫະ​ກິດ​ຜະ​ລິດ​ໄຟ​ຟ້າ​ຈີນ​ເຂົ້າ​ຮ່ວມ​ການ​​ພັດ​ທະ​ນາ​ຢູ່​ປະ​ເທດ​ຕົນ, ​ແລະ​ທີ່​ສຳ​ຄັນ​ພ້ອມ​ສ້າງ​ສະ​ພາບ​ແວດ​ລ້ອມ​ດ້ານ​ນະ​ໂຍ​ບາຍ​ທີ່​ດີ​ຢ່າງກວ້າງ​ຂວາງ​ໃຫ້​ແກ່​ການ​ນຳ​ໃຊ້​ພະ​ລັງ​ງານ​​ໝູນ​ວຽນ. ອິນ​ໂດ​ເນ​ເຊຍ​ຮູ້​ສຶກ​​ພໍ​ໃຈ​ຕໍ່​ການ​ຮ່ວມ​ມື​ການ​ຊື້​ຂາຍ​ຖ່ານ​ຫີນ​, ນ້ຳ​ມັນ​ເຊື້ອ​ໄຟ​ແລະ​ອາຍ​ແກັ​ສ​ທຳ​ມະ​ຊາດ, ທັງຫວັງ​ວ່າ​ວິ​ສາ​ຫະ​ກິດ​ທີ່​ກ່ຽວ​ຂ້ອງຂອງ​ຈີນ​ຈະ​ເຂົ້າ​ຮ່ວມ​ການ​ກວດແລະ​ພັດ​ທະ​ນາ​ນ້ຳ​ມັນ​ເຊື້ອ​ໄຟ​ລວມ​ທັງ​ການ​ປຸງ​ແຕ່ງ​ຜະ​ລິດ​ຕະ​ພັນ​ນ້ຳ​ມັນ​ເຊື້ອ​ໄຟ​ຂອງ​ອິນ​ໂດ​ເນ​ເຊຍ.
 
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ