ອີກ 20 ປີ, ໄທ​ຈະ​ກາຍ​ເປັນ​ປະ​ເທດ​ທີ່​ພັດ​ທະ​ນາ​ແລ້ວ​
2017-11-14 15:30:03  cri 
ຕາມ​ຂ່າວ CRI: ທ່ານ​ສາ​ທິດ ລິມ​ພົງ​ພັນ ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ໄທ​ກ່າວ​ຢູ່​ນະ​ຄອນ​ຫຼວງ​ບາງກອກ​ໃນ​ວັນ​ທີ 13 ພະ​ຈິກ​ນີ້​ວ່າ, ​ອີກ 20 ປີ​ຕໍ່​ໜ້າໄທ​ຈະ​ກາຍ​ເປັນ​ປະ​ເທດ​ທີ່​ພັດ​ທະ​ນາ​ແລ້ວ​.
ທ່ານ​ສາ​ທິດ ກ່າວ​ວ່າ, ຄະ​ນະ​ກຳ​ມະ​ການ​ພິ​ເສດ​ທີ່​ຕົນ​ຮັບ​ຜິດ​ຊອບ​ພວມ​ເລັ່ງ​ວາງ​ຍຸດ​ທະ​ສາດ​ພັດ​ທະ​ນາການ​ຍົ​ກ​ສູງ​​ກຳ​ລັງ​ແຂ່ງ​ຂັນ​ໄລ​ຍະ​ຍາວ​ຂອງ​ຊາດ, ​ໂດຍ​ຄາດ​ວ່າໃນ 20 ປີ​ຕໍ່​ໜ້າ, ​ກຳ​ລັງແຂ່ງ​ຂັນ​ຂອງ​ໄທ​ໃນ​ໂລກ​ຈະຢູ່​ໃນ​ລະ​ດັບຈາກ​ອັນ​ດັບ​ທີ 27 ຂຶ້ນ​ມາ​ຢູ່​ອັນ​ດັບ 20. ລາຍ​ຮັບ​ສະ​ເລ່ຍ​ຕາມ​ຫົວ​ຄົນ​​ຈະເພີ່ມ​ຈາກ 6000 ໂດ​ລາ​ໃນ​ປັດ​ຈຸ​ບັນ​​ເປັນ 15,000 ໂດ​ລາ, ຄວາມ​ໄວ​ຂອງ​ການເຕີບ​ໂຕ​ເສດ​ຖະ​ກິດ​ຈະ​ເພີ່ມ​ຈາກ 3,8%-4,0% ໃນ​ປັດ​ຈຸ​ບັນ​ເປັນ 5% ຂຶ້ນ​ໄປ.

ທ່ານ​ສາ​ທິດ​ກ່າວ​ຕື່ມ​ວ່າ, ເຖິງວ່າ​ປະ​ເທດ​ໄທ​​ຜະ​ເຊີນ​ກັບ​ການ​ທ້າ​ທາຍ​ຢ່າງ​ຫຼວງ​ຫຼາຍ, ແຕ່​ການຍົກລະ​ດັບ​ການ​ພັດ​ທະ​ນາ​​ດ້ວຍ​ວິ​ທະ​ຍາ​ສາດ​ເຕັກ​ນິກ, ​ການ​ກໍ່​ສ້າງ​ຊັບ​ພະ​ຍາ​ກອນ​​ມະ​ນຸດ, ສົ່ງ​ເສີມ​ການ​ປະ​ດິດ​ສ້າງ​ໃໝ່​ແລະ​ອື່ນໆ, ​ໃຫ້​ສູງ​ຂຶ້ນຈະ​ສາ​ມາດ​ບັນ​ລຸ​ເປົ້​າ​ໝາຍ​ດັ່ງ​ກ່າວ​ຢ່າງ​ແນ່ນອນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ