​ແຜ່ນດິນ​ໄຫວ​ຢູ່ອີຣານ​ຍ​ອດຜູ້ເສຍ​ຊີວິດ​ພຸ່ງ​ກວ່າ 400 ຄົນ​​ແລ້ວ
2017-11-14 15:25:28  cri 
ວັນ​ທີ 1​3 ພະຈິກ​ນີ້, ສື່​​ມວນ​ຊົນ​ອີຣານ​ລາຍ​ງານວ່າ: ຢູ່​ຊາຍ​ແດນ​ອີຣັກ-ອີຣານ​ໄດ້​ເກີດ​ແຜ່ນດິນ​ໄຫວ​ຮ້າຍ​ແຮງ​ໃນ​ຕອນ​ຄ່ຳ​ວັນ​ທີ 1​2 ພະຈິກ​ນີ້ ​​ແລະ​ມາ​ຮອດ​ປັດຈຸບັນ​ຍອດ​ຜູ້ເສຍ​ຊີວິດມີ​ເຖິງ 445 ຄົນ ​ແລະບາດ​ເຈັບ 7000 ຄົນ​. ຂະນະ​ດຽວ​ກັນ​ກໍ​ຄາດ​ວ່າ​ຈະ​ມີ​ຜູ້ເສຍ​ຊີວິດ​​ເພີ່ມ​ຂຶ້ນ​ອີກ.
​​ເຫດການ​ດັ່ງກ່າວ​​​ໄດ້​ສົ່ງ​ຜົນ​ສະທ້ອນ​ຕໍ່ 14 ​ແຂວງ​ຂອງ​ອີຣານ ​ແລະ​ໃນປັດຈຸບັນກໍໄດ້​ເກີດ​​ເຫດການ​ຕາມ​ມາ​ອີກຫຼາຍ​ກວ່າ 190 ​ເທື່ອ. ​ເຖິງ​ວ່າ​ອຸນຫະພູມ​​ໃນ​ຕອນ​ຄ່ຳ​ຕ່ຳ​​ເກີນ​ໄປ ​ແຕ່​ປະຊາຊົນ​ຫຼາຍ​ພັນ​ຄົນ​ກໍ​ຕ້ອງ​ພັກ​ຢູ່​ຜາມພັກຊົ່ວ​ຄາວ ​ແລະ​ກໍ​ພ້ອມ​ຮັບ​ມືຢ່າງ​ຮີບ​ດ່ວນຫາກ​ມີ​ໄພ​ເກີດ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ