ກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ​ແລະ​ກອງ​ປະ​ຊຸມ​ສຸດຍອດ​ຕ່າງໆ​ຂອງ​ການ​ຮ່ວມ​ມືອາ​ຊີ​ຕາ​ເວັນ​ອອກ​ອັດ​ລົງ​ແລ້ວ​ຢູ່​ຟີ​ລິບ​ປິນ
2017-11-15 10:39:15  cri 

ກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ​ຄັ້ງ​ທີ 31 ແລະ​ກອງ​ປະ​ຊຸມ​​ສຸດຍອດຕ່າງໆ​ຂອງ​ການ​ຮ່ວມ​ມືອາ​ຊີ​ຕາ​ເວັນ​ອອກ​ໄດ້​ອັດ​ລົງ​ແລ້ວ​ຢູ່​ນະ​ຄອນຫຼວງ​ມະ​ນີ​ລາ ປະ​ເທດ​ຟີລິບ​ປິນ​ໃນ​ວັນ​ທີ 14ພະ​ຈິກ​ນີ້. ຂະ​ນະ​ທີ່​ສິງ​ກະ​ໂປ​ຈະ​ເປັນ​ປະ​ເທດ​ປະ​ທານ​ໝູນ​ວຽນອາ​ຊຽນ​ປີ2018.

ໃນ​ພິ​ທີ​ປິດ​ປະ​ຊຸມ, ທ່ານ​ໂຣດ​ຣີ​ໂກ ດູ​ເຕີ​ເຕ ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປິນກ່າວ​ວ່າ: ປີ​ນີ້, ຟີ​ລິບ​ປິນ​ເປັນ​ປະ​ເທດ​ປະ​ທານ​ໝູນ​ວຽນ​ອາ​ຊຽນເຊິ່ງ​ກໍ​ພໍ​ດີ​ເປັນ​ປີ​ຄົບ​ຮອບ 50 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ອາ​ຊຽນ​ແລະ​ຂໍ​ສະ​ແດງ​ຄວາມຂອບ​ໃຈ​ປະ​ເທດ​ສະ​ມາ​ຊິກ​,ປະ​ເທດ​ຄູ່​ເຈ​ລະ​ຈາ​ຂອງ​ອາ​ຊຽນ​ກໍ​ຄື​ປະ​ຊາ​ຄົມ​ໂລກ​ທີ່​ຮ່ວມ​ກັນ​ສະ​ເຫຼີມ​ສະຫຼອງ​ອາ​ຊຽນ​​ທີ່ເຕີບ​ໃຫຍ່​ຂະ​ຫຍາຍ​ຕົວ​ກາຍ​ເປັນ​ໜຶ່ງ​ໃນ​ບັນ​ດາ​ອົງ​ການ​ພາກ​ພື້ນ​ທີ່​​ປະ​ສົບສຳ​ເລັດທີ່​ສຸດ​ໃນ​ໂລກ. ທ່ານ​ດູ​ເຕີ​ເຕ​ຢືນ​ຢັນ​ວ່າ ໃນ 50 ປີ​ຕໍ່​ໜ້າ, ອາ​ຊຽນ​ຕ້ອງ​ສຸມ​ໃສ່​ກໍ່​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ,ສ້າງ​ຖາ​ນະ​ໃຈ​ກາງ​ຂອງ​ອາ​ຊຽນ​ແລະ​ການ​ກໍ່​ສ້າງໃຫ້ເຊື່ອມ​ຈອດ​ກັນຂອງ​ອາ​ຊຽນ.

ທ່ານ​ດູ​ເຕີ​ເຕ​ປະ​ກາດ​ວ່າ: ​ປີ2018,ສິງ​ກະ​ໂປ​ເປັນ​ປະ​ເທດ​ປະ​ທານ​ໝູນ​ວຽນ​ອາ​ຊຽນ​ແລະ​ຈາກ​ນັ້ນ,ທ່ານ​ລີ​ຊຽນ​ລົງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ສິງ​ກະ​ໂປກໍ​ໄດ້​ປາ​ໄສ​ໂດຍ​ຢືນ​ຢັນ​ວ່າ: ໃນ​ໄລ​ຍະ​ສິງ​ກະ​ໂປເປັນ​ປະ​ເທດ​ປະ​ທານ​ໝູນ​ວຽນ​ ​ອາ​ຊຽນ​ໃນ​ປີ​ໜ້າ, ​ຈະ​ເນັ້ນ "​ຄວາມເຂັ້ມ​ແຂງ​ແລະ​ປະ​ດິດ​ສ້າງ​ໃໝ່"​ເພື່ອ​ຮັບ​ປະ​ກັນໃຫ້​ອາ​ຊຽນ​ຮັກ​ສາ​ຊີ​ວິດ​ຊີ​ວາ​ແລະ​​ເປັນກຳ​ລັງ​ຊຸກ​ຍູ້​​ຕົ້ນ​ຕໍໃນ​ການ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ແລະ​ກຳ​ແໜ້ນ​ໂອ​ກາດ​ໃນ​ພາກ​ພື້ນ.

ທ່ານ​ລີ​ຊຽນ​ລົງ​ຍັງ​ກ່າວ​ຕື່ມ​ວ່າ: ໃນ​ຕໍ່​ໜ້າ, ສິງ​ກະ​ໂປ​ຈະ​ສົ່ງ​ເສີມ​ແລະ​ຮັກ​ສາ​ລະ​ບຽບ​ການ​ໃນ​ພາກ​ພື້ນ​ເພື່ອ​ໃຫ້​ອາ​ຊຽນ​ສາ​ມາດ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຕໍ່​ຄວາມ​ໝັ້ນ​ຄົງ​ເປັນ​ຕົ້ນ​ຄວາມ​ໝັ້ນ​ຄົງ​ທາງ​ອິນ​ເຕີ​ເນັດ,ອາ​ຊະ​ຍາ​ກຳ​ຂ້າມ​ຊາດ,ລັດ​ທິ​ກໍ່​ການ​ຮ້າຍ​ແລະ​ອື່ນໆ​ໃຫ້​ມີ​ປະ​ສິດ​ທິ​ຜົນຫຼາຍ​ກວ່າ​ເກົ່າ.

ໃນ​ໄລ​ຍະ​ກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ​ຄັ້ງ​ນີ້, 10 ປະ​ເທດ​ອາ​ຊຽນ​ໄດ້​ບັນ​ລຸ​ເອ​ກະ​ສານ​ຕ່າງໆ​ທີ່​ເປັນ​ຜົນ​ງານ​ສຳ​ຄັນ​ເປັນ​ຕົ້ນ ​ການປົກ​ປ້ອງ​ສິດ​ແຮງ​ງານ​ອົບ​ພະ​ຍົບ​ແລະ​ການ​ຮັບ​ມື​ກັບ​ລັດ​ທິ​ຫົວ​​​ເກົ່າ​ດ້ວຍ​ຄວາມຮຸນ​ແຮງ​ແລະ​ອື່ນໆ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ