ນັກ​ສຶກ​ສາ 6 ຄົນ​ເຮັດ​ພາບ​ຈຳ​ລອງພະ​ລາ​ຊະ​ວັງ​ບູ​ຮານ
2017-11-15 15:22:12  cri 

ການ​ປະ​ກວດ​ຜົນ​ງານ​ຜະ​ລິດ​ພາບຈຳ​ລອງ​ສະ​ຖາ​ປັດ​ຕະ​ຍະ​ກຳ​ຊົນ​ເຜົ່າ​ຄັ້ງ​ທີ 4 ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ຊົນ​ເຜົ່າ​ຕ້າ​ລຽນ ແຂວງ​ລ​ຽວ​ນິງ ສ​ປ ຈີນ​ໄດ້​ຈັດ​ຂຶ້ນກ່ອນ​ໜ້າ​ນີ້​ບໍ່​ດົນ​,​ໃນ​ນີ້, ມີ​ທີມ​ໜຶ່ງ​ທີ່​ປະ​ກອບ​ດ້ວຍ​ນັກ​ສຶກ​ສາ 6 ຄົນ​ໄດ້​ຜະ​ລິດ​ພາ​ບຈຳ​ລອງ​ພະ​ລາ​ຊະ​ວັງ​​ບູ​ຮານ​ທີ່​ເໝືອນ​ຕົວ​ຈິງກວມ​ເນື້ອ​​ທີ່ 7 ແສນ 2 ໝື່ນ​ຕາ​ແມັດ​​ຈາກແປ້ນ​ໄມ້​ທີ່ກວ້າງ 1,8 ຕາ​ແມັດ​ເທົ່າ​ນັ້ນ. ນັກ​ສຶກ​ສາ 6 ຄົນ​ດັ່ງ​ກ່າວ​ໄດ້​ເຮັດ​ພາບ​ຈຳ​ລອງ​ພະ​ລາ​ຊະ​ວັງ​​ບູ​ຮານດ້ວຍ​ໄມ້​ຕາມ​ມາດ​ຕາ​ສ່ວນ 1:1000 ເຊິ່ງ​​ຈາກຜົນ​ງານ​​ພາບຈຳ​ລອງ​ໄມ້​ດັ່ງ​ກ່າວ​ຈະ​ເຫັນ​ໄດ້​ສິ່ງ​ກໍ່​ສ້າງ​ຕ່າງໆ​ໃນ​ພະ​ລາ​ຊະ​ວັງ​ ນັບ​ແຕ່​ຫໍ​ໄທ້​ເຫີ,ປະ​ຕູ​ອູ​ເມີນ,ກຳ​ແພງ,​ຄອງ​ນ້ຳ​ອ້ອມ​​ພະ​ລາ​ຊະ​ວັງ​ຕະຫຼອດ​ຮອດ​ ​ປ່ອງ​ຢ້ຽມ​​ແຕ່​ລະ​ປ່ອງແລະ​ດິນ​ຂໍ​​ເຊິ່ງເຫັນ​ໄດ້​ຢ່າງຈະ​ແຈ້ງ.

1  2  3  4  5  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ