ກອງປະຊຸມຜູ້ນຳອາຊຽນແລະຈີນ, ຍີ່ປຸ່ນ, ສ.ເກົາຫຼີ ຫຼື 10 ບວກ 3 ຄັ້ງທີ 20 ໄດ້ຈັດຂຶ້ນຢູ່ນະຄອນຫຼວງມະນີລາ ປະເທດຟິລິບປິນໃນວັນທີ 14 ພະຈິກນີ້, ຂະນະທີ່ຜູ້ນຳບັນດາປະເທດທີ່ເຂົ້າຮ່ວມກອງປະຊຸມ ໄດ້ຕີລາຄາສູງຕໍ່ຜົນງານທີ່ໄດ້ຮັບໃນການຮ່ວມມືຕະຫຼອດ 20 ປີຜ່ານມາ ທັງເຫັນວ່າ ໃນຕໍ່ໜ້າຄວນສືບຕໍ່ຮັກສາການຢູ່ຮ່ວມກັນໂດຍສັນຕິ ແລະຮ່ວມກັນຊຸກຍູ້ການພັດທະນາ. ຂະນະທີ່ທ່ານລີຈົງເຮນ ຫົວໜ້າກອງເລຂາການຮ່ວມມືລະຫວ່າງຈີນ-ຍີ່ປຸ່ນ-ສ.ເກົາຫຼີ ກໍໄດ້ໃຫ້ສຳພາດຕໍ່ນັກຂ່າວວ່າ: ບັນດາປະເທດໃນອາຊີຄວນຮັກສາແລະຊຸກຍູ້ການຮ່ວມມືໃນພາກພື້ນແບບເປີດກວ້າງ, ສ່ວນຈີນຈະເສີມຂະຫຍາຍບົດບາດທີ່ສຳຄັນເປັນຢ່າງຍິ່ງໃນຂະບວນການດັ່ງກ່າວ.
ໃນໂອກາດປີນີ້ແມ່ນປີຄົບຮອບ 20 ປີຂອງການຮ່ວມມື 10 ບວກ 3, ທ່ານລີຈົງເຮນ ໄດ້ຊີ້ໃຫ້ເຫັນວ່າ: ກົນໄກດັ່ງກ່າວມີບົດບາດສຳຄັນທີ່ສຸດຕໍ່ສະຖຽນລະພາບແລະການພັດທະນາໃນພາກພື້ນ. ແນວໃດກໍດີ, ສຳລັບການຮ່ວມມື 10 ບວກ 3 ນັ້ນ, ຈີນໄດ້ເສີມຂະຫຍາຍບົດບາດສຳຄັນເປັນຢ່າງຍິ່ງ ໂດຍໄດ້ຕັ້ງໜ້າຊຸກຍູ້ ແລະ ຈັດຕັ້ງປະຕິບັດກົນໄກການເງິນໃນພາກພື້ນ ເຊັ່ນ ສັນຍາການຫັນຂໍ້ລິເລີ່ມຊຽງໃໝ່ເປັນຫຼາຍຝ່າຍ ແລະ ຊຸກຍູ້ການສ້າງຕັ້ງອົງການຈັດຕັ້ງໃນຂອບ 10 ບວກ 3 ເຊັ່ນ ຫ້ອງການສຶກສາຄົ້ນຄວ້າເສດຖະກິດມະຫາພາກອາຊຽນ-ຈີນ, ຍີ່ປຸ່ນ, ສ.ເກົາຫຼີ.
ທ່ານລີຈົງເຮນ ກ່າວຕື່ມວ່າ: ໃນໄລຍະຜ່ານມາ, ທັດສະນະ ແລະ ຂໍ້ລິເລີ່ມຕ່າງໆ ທີ່ຈີນສະເໜີ ມີຜົນດີຕໍ່ການຊຸກຍູ້ການຮ່ວມມືໃນພາກພື້ນໃຫ້ສືບຕໍ່ຂະຫຍາຍຕົວ ເປັນຕົ້ນ "ໜຶ່ງແລວທາງໜຶ່ງເສັ້ນທາງ" ມີຜົນດີຕໍ່ການເພີ່ມທະວີການພົວພັນພາຍໃນພາກພື້ນ ແລະ ການພົວພັນກັບພາກພື້ນອື່ນໆ. ສ່ວນທັດສະນະອື່ນໆ ເປັນຕົ້ນ ການສ້າງປະຊາຄົມຮ່ວມຊາຕາກຳມວນມະນຸດ ກໍເປັນການສະໜອງພື້ນຖານປັດຊະຍາແລະທິດສະດີໃຫ້ແກ່ຈີນນຳໃຊ້ນະໂຍບາຍຕໍ່ຕ່າງປະເທດບົນພື້ນຖານການພົວພັນສາກົນແບບໃໝ່ໃນຕໍ່ໜ້າ.