ການ​​ຍຶດໝັ້ນຫຼັກການ "ປະ​ເທດ​ຈີນ​ດຽວ" ​ແມ່ນ​ພື້ນຖານ​ການ​ເມືອງ​ແຫ່ງ​ການ​ພັດທະນາ​ສາຍ​ພົວພັນ​ລະຫວ່າງ​ຈີນ-ອາ​ເມ​ລິ​ກາ
2017-11-15 15:05:12  cri 
​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ​ໂດ​ນັນ ທຣຳ ໄດ້​ເດີນທາງ​ຢ້ຽມຢາມ​ຈີນ​ເປັນຄັ້ງທຳ​ອິດ ຫຼັງຂຶ້ນດຳລົງ​ຕຳ​ແໜ່​ງປະທານາທິ​ບໍດີ​ອາ​ເມ​ລິ​ກາ ​ແລະໃນ​ການ​ພົບ​ປະ​ລະຫວ່າງ​ປະມຸກ​ລັດສອງ​ປະ​ເທດ, ​ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ ກ່າວໂດຍຫວັງ​ວ່າ ອາ​ເມ​ລິ​ກາ​ຈະ​ເຄົາລົບຫຼັກການ​ປະ​ເທດ​ຈີນ​ດຽວ ​ເພື່ອຫຼີກ​ເວັ້ນບໍ່​ໃຫ້​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດສັ່ນ​ຄອນ. ຈາກ​ນີ້, ທ່ານໝ໋າສຽວ​ກ່ວງ ​ໂຄສົກ​ຫ້ອງການ​ວຽກ​ງານ​ໄຕ້​ຫວັນ​ຂອງ​ລັດຖະບານ​ຈີນ ກໍ​ໄດ້​ກ່າວ​ໃນ​ພິທີ​ຖະ​ແຫຼງຂ່າວ​ໃນ​ວັນ​ທີ 15 ພະຈິກ​ນີ້​ວ່າ: "ການ​ທີ່​ຍຶດໝັ້ນຫຼັກການ​ປະ​ເທດ​ຈີນ​ດຽວ​​​ເປັນການ​ຮັບ​ຮູ້​​ໂດຍທົ່ວ​ໄປ​ໃນ​ປະຊາ​ຄົມ​ໂລກ, ​ແມ່ນ​ພື້ນຖານ​ການ​ເມືອງ​ແຫ່ງ​ການ​ພັດທະນາ​ສາຍ​ພົວພັນ​ລະຫວ່າງ​ຈີນ-ອາ​ເມ​ລິ​ກາ ​ແລະ​ກໍ​ຍິ່ງ​ເປັນ​ພື້ນຖານ​ຂອງ​ການ​ມີ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຢູ່​ຊ່ອງ​ແຄບ​ໄຕ້​ຫວັນ. ​ແນວ​ໃດ​ກໍ​ດີ, ​ເມື່ອອາ​ເມ​ລິ​ກາ​ເຄົາລົບຫຼັກການ​ປະ​ເທດ​ຈີນ​ດຽວ ກໍ​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຮ່ວມ​ຂອງ​ສອງ​ຝ່າຍ​ຈີນ-ອາ​ເມ​ລິ​ກາ​ເຊັ່ນ​ດຽວ​ກັນ".
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ